ນັກຮຽນ ຝຮັ່ງ ຫ້າມໃຊ້ໂທລະສັບໃນໂຮງຮຽນຫຼືເວລາຮຽນເດັດຂາດ
ລັດຖະບານຝຣັ່ງກຽມປະກາດກົດບັງຄັບໃຊ້ ຫ້າມນັກຮຽນໃຊ້ໂທລະສັບມືຖືໃນ ໂຮງຮຽນປະຖົມສຶກສາ ແລະ ມັດທະຍົມຕອນຕົ້ນ ໂດຍກຳນົດເລີ່ມບັງຄັບໃຊ້ຕັ້ງແຕ່ເດືອນກັນຍາປີ 2018 ເປັນຕົ້ນໄປ.
ຕາມກົດລະບຽບໃນຂະນະນີ້ ກົດຫ້າມໃຊ້ໂທລະສັບມືຖືສຳລັບນັກຮຽນໃນຝຣັ່ງຖືວ່າ ເປັນຄຳສັ່ງໂດຍສົມບູນ ພຽງແຕ່ລໍຖ້າປະກາດໃຊ້ຢ່າງເປັນທາງການເທົ່ານັ້ນ, ທ່ານ ເອັນມານູເອລ ມາຄົງປະທານາທິບໍດີຝຣັ່ງໃຫ້ເຫດຜົນວ່າ:ຝຣັ່ງຫ້າມນັກຮຽນໃຊ້ມືຖືໃນໂຮງຮຽນການໃຊ້ໂທລະສັບມືຖືໃນເວລາຮຽນ ເປັນໜຶ່ງເຫດຜົນທີ່ເຮັດໃຫ້ສຸຂະພາບຂອງນັກຮຽນປ່ຽນໄປໃນທາງທີ່ຮ້າຍລົງ ເນື່ອງຈາກເວລາພັກຕອນທ່ຽງຈາກເດີມຈະຮ່ວມກັນເຮັດກິດຈະກຳສ້າງສັນຫຼືໂອ້ລົມກັນເພື່ອສ້າງຄວາມຄຸ້ນເຄີຍ ນັກຮຽນກັບເອົາເວລາທັງໝົດໄປຫຼີ້ນໂທລະສັບ ແລະ ສື່ໂຊຊຽລມີເດຍອື່ນໆຫຼາຍກວ່າ.ນອກຈາກນີ້ຜູ້ຊ່ຽວຊານລະບຸວ່າ ການໃຊ້ສະມາດໂຟນທີ່ຫຼາຍຈົນເກີນໄປເປັນບໍ່ເກີດຂອງການສູນເສຍສະມາທິໃນໄລຍະຍາວ ຫຼື ສ່ຽງເປັນໂລກສະມາທິສັ້ນ.
ສ່ວນການລົງໂທດ ຫຼືທາງອອກໃນຮູບແບບອື່ນໆ ລັດຖະມົນຕີກະຊວງສຶກສາຝຣັ່ງກ່າວວ່າ ຍັງບໍ່ຈະແຈ້ງວ່າ ຈະເພີ່ມຕື່ມຫຼືແກ້ໄຂກົດລະບຽບດັ່ງກ່າວໃນຮູບແບບໃດ ອາດຈະເປັນການແນະນຳໃຫ້ແຕ່ລະໂຮງຮຽນຈະຕ້ອງມີຕູ້ເກັບເຄື່ອງ ສຳລັບໂທລະສັບມືຖືໂດຍສະພາະ ແລະ ເກັບຮັກສາໄວ້ຈົນກວ່າຈະເລີກຮຽນເປັນຕົ້ນ
Cr ເສດຖະກິດ-ສັງຄົມ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment