ໂທລະພາບເກົາຫຼີເໜືອບັງເອີນເຜີຍພາບ "ພໍ່ຄິມ" ກັບອ່ວຸດນິວເຄຣຍລູກແລກ ນາທີຖ່າຍຖອດສົດ
ເມື່ອວັນທີ່ 15 ທັນວາ ເດລີ່ເມວລາຍງານວ່າໂທລະພາບທາງການຂອງເກົາຫຼີເໜືອຖ່າຍທອດລາຍການສະເພາະກິດກ່ຽວກັບການປະຊຸມໃນກຸງປຽງຍາງ ເມື່ອວັນທີ່ 12 ທັນວາ ປະກົດວ່າມີຮູບຂອງຄຣິມ ຈອງອຶນ ຜູ້ນຳລຸ້ນທີ່ 2 ຂອງເກົາຫຼີເໜືອແລະພໍ່ຂອງທ່ານຄຣິມ ຈອງອຶນ ຜູ້ນຳຄົນປະຈຸບັນຢືນຊົມວັດຖຸທີ່ເຊື່ອວ່າເປັນສ່ວນປະກອບສຳຄັນໃນລະເບີດນິວເຄຣຍ
ພາບດັງກ່າວປະກົດເທິງໜ້າຈໍໂທລະພາບໃຂຂະນະທີ່ທ່ານຄຣິມ ຈອງອຶນ ເຂົ້າຮ່ວມການປະຊຸມໃນກຸງປຽງຍາງ ໂດຍເປັນຮູບພາບໃສ່ກອບທີ່ຕິດເທິງຝາແບບດຽວກັນກັບພາບທ່ານຈອງອຶນຊົມເບິ່ງລະເບີດເອດບອມທີ່ຫາກໍ່ທົດສອບໃນປີນີ້
ສ່ວນຮູບພາບທ່ານຄຣິມ ຈອງອຶນ ພໍ່ທ່ານຈອງອຶນ ຜູ້ເສຍຊີວິດໄປເມື່ອ 6ປີ ເປັນລັກສະນະທີ່ກຳລັງຊົມວັດຖຸຮູບກົມຂະໜາດໃຫຍ່ອັນໜຶ່ງ ຂະນະທີ່ມີເຈົ້າໜ້າທີ່ທະຫານລະດັບສູງຮ່ວມຢູ່ໃນເຫດການພາຍໃນຮູບດັ່ງກ່າວອີກດ້ວຍ ເຊິ່ງຜູ້ໃຂ້ອິນຕະເນັດຈີນເປັນກຸ່ມທຳອິດທີ່ສັງເກດເຫັນທັນ ພ້ອມນຳມາຕັ້ງຄຳຖາມວ່າວັດຖຸທີ່ຢູ່ໃນພາບນັ້ນເປັນລະເບີດເອດບອມຫຼືບໍ່??
ຊົມຄລິບ
ຜູ້ຊຽວຊານຫຼາຍຄົນທີ່ເຫັນຮູບແລ້ວຕ່າງກໍ່ວິເຄາະກັນວ່າ ຮູບທີ່ຖ່າຍຄືສິຢູ່ໃນຊ່ວງປີ 2005-2009 ເຊິ່ງເປັນຊ່ວງທີ່ເກົາຫຼີເໜືອໃຫ້ຄຳໝັ້ນວ່າ ຈະລະງັບໂຄງການນິວເຄຣຍ ນອກຈາກນີ້ຜູ້ຊ່ຽວຊານຍັງໄດ້ຖຽງກັນອີກວ່າຮູຍນີ້ເປັນອຸປະກອນທີ່ໃຊ້ປະກອບລະເບີດນິວເຄຣຍຫຼືບໍ່??
ແຕ່ວ່າຄັ້ງນີ້ບໍ່ແມ່ນຄັ້ງທຳອິດທີ່ເກົາຫຼີເໜືອພາດທ່າເຜີຍຄວາມລັບສະເໜືອນວ່າຕັ້ງໃຈຜ່ານການຖ່າຍທອດທາງໂທລະພາບ ກ່ອນໜ້ານີ້ມີການຖ່າຍພາບວິດີໂອທ່ານຄຣິມ ຈອງອຶນ ຂະນະຢ້ຽມກວດລາດຊະການ ແຕ່ບັງເອີນຕິດຮູບມິສໄຊບໍ່ຮູ້ຊະນິດທີ່ແຂວນຢູ່ເທິງຝາ
ຂໍຂອບໃຈແຫຼ່ງຂໍມູນຈາກ: khaosod.co.th
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment