ນາທີຜ່າທໍ່ຊັກໂຄກຊ່ວຍຊີວິດເດັກນ້ອຍແລກເກີດຮ້ອງຄາຢູ່ໃນທໍ່ ເຜີຍຜູ້ເປັນແມ່ນບໍ່ໄດ້ຫວັງຖິ້ມ (ຄລິບ)


ນາທີຜ່າທໍ່ຊັກໂຄກຊ່ວຍຊີວິດເດັກນ້ອຍແລກເກີດໝາຍເລກ​ 59 ຮ້ອງຄາຢູ່ໃນທໍ່ ເຜີຍຜູ້ເປັນແມ່ນບໍ່ໄດ້ຫວັງຖິ້ມ
ເວັບໄຊຂ່າວ nydailynews ລາຍງານເຫດການສະລົດໃຈ ທີມຊ່ວຍເຫຼືອເຂົ້າຊ່ວຍຊີວິດເດັກນ້ອຍແລກເກີດຄົນຈີນອອກມາຈາກທໍ່ໃນຫ້ອງນຳ້ ຫຼັງຈາກມີຄົນໄດ້ຍິນສຽງຮ້ອງໄຫ້ເຫັນ "ເດັກນ້ອຍໝາຍເລກ 59" ຜູ້ຕົກລົງໄປໃນທໍ່ຊັກໂຄກແຕ່ຫຼອດຊີວິດປະຕິຫານ

ເຫດການເກີດຂຶ້ນເມື່ອປີ 2013 ໃນອາພາດເມັນຂອງເມືອງຈິນຫົວ ຜູ້ຢູ່ອາໄສໄດ້ຍິນສຽງເດັກນ້ອຍຮ້ອງໄຫ້ອອກມາຈາກທໍ່ພາຍໃນຕຶກ ຈຶ່ງຟ້າວແຈ້ງເຈົ້າໜ້າທີ່ຕຳຫຼວດເພື່ອໃຫ້ອອກມາຫາແມ່ເດັກ ແລະສົ່ງເຈົ້າໜ້າທີ່ດັບເພິງມາຕັດທໍ່ແລະຜ່າອອກເພື່ອຊ່ວຍຊີວິດເດັກນ້ອຍເພດຊາຍນຳ້ໜັກ 2.8ກິໂລກຣັມ ເຫັນຜູ້ເປັນແມ່ອາຍຸ 22ປີ ບໍ່ປະສົງອອກນາມ ອ້າງວ່າລາວບໍ່ໄດ້ຕັ້ງໃຈຖິ້ມລູກລົງໄປໃນທໍ່ ແຕ່ຕອນນັ້ນລາວໃກ້ກຳນົດເກີດແລ້ວ ເກີດເຫດການລາວໄດ້ເກີດລູກຊາຍຢູ່ໃນຫ້ອງນຳ້ ແລ້ວເຜີຍຜາດເຮັດລູກຕົກລົງໄປໃນທໍ່ຊັກໂຄກໂດຍບໍ່ໄດ້ຕັ້ງໃຈ


ຫຼັງກາຍເປັນສິ່ງວິພາກວິຈານໃນໂລກອອນໄລ ຕຳຫຼວດໄດ້ຢືນຢັນວ່າສິ່ງທີ່ເກີດຂຶ້ນເປັນອຸບັດຕິເຫດແທ້ໆ ເນື່ອງຈາກວ່າໃນຂະນະທີ່ຊ່ວຍເດັກອອກມາຈາກທໍ່ນັ້ນໄດ້ມີສາຍສະດືຕິດຢູ່ແລະຍັງເຫັນຄາບເລືອດໃນຫ້ອງນຳ້ນຳ ຈຶ່ງບໍ່ໄດ້ມີການດຳເນີນຄະດີກັບແມ່ເດັກ ເຊິ່ງການຊ່ວຍເຫຼືອໃນເວລາດົນກວ່າ 2ຊົ່ວໂມງຄ່ອຍໆຕັດທໍ່ທີ່ມີເສັ້ນຜ່ານສູນກາງພຽງ 10ເຊັນຕີແມັດອອກ ເຫັນເດັກນ້ອຍປອດໄພ ແຕ່ມີຮອຍຊຳ້ຈາກການຖືກກະແທກ ແລະອາການບາດເຈັບບ່ອນຫົວ ກ່ອນຟ້າວນຳໂຕສົ່ງໂຮງໝໍ


ສຳຫຼັບຂໍ້ມູນແມ່ຂອງເດັກລາຍງານວ່າ ແມ່ເດັກຈົບຊັ້ນມັດຖະຍົມປາຍ ເຮັດວຽກຢູ່ຮ້ານອາຫານໃນເຂດເຈີ້ຈຽງ ມີເພດສຳພັນກັບຊາຍຄົນໜຶ່ງເຊິ່ງເປັນພໍ່ຂອງເດັກ ແຕ່ຖືກປັດຄວາມຮັບຜິດຊອບ ລາວບໍ່ກ້າບອກພໍ່ແມ່ວ່າໂຕເອງຖືກພາ ຫວັງຈະລ້ຽງລູກເອງແຕ່ບໍ່ຮູ້ວ່າຄວນເຮັດແບບໃດ ສ່ວນທາງເດັກນ້ອຍຜູ່ຫຼອດຊີວິດກາຍເປັນຂ່າວດັງ ແລະໄດ້ຮັບການຊະໜານນາມວ່າ "ເດັກນ້ອຍໝາຍເລກ 59" ຈາກເບີຕູ້ອົບຂອງໂຮງໝໍ ເຊິ່ງມີຜູ້ຄົນຈຳນວນຫຼາຍກຸ່ມເດີນທາງມາຫາຢູ່ໂຮງໝໍ ເອົາຜ້າອ້ອມແລະນົມຜົງມາໃຫ້ ພ້ອມສະແດງຄວາມປະສົງຂໍຮັບເດັກນ້ອຍໝາຍເລກ 59 ໄປລ້ຽງ










ຄລິບຂັ້ນຕອນການຊ່ວຍຊີວິດເດັກນ້ອຍ



ແຫຼ່ງຂໍ້ມູນຈາກ: http://www.independent.co.uk
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments