ລັດເຊຍເຕືອນສະຫະລັດ ຄົນອາເມລິກາຈະຕາຍຫຼາຍແສນທັນທີ ຫາກເກີດສົງຄາມກັບເກົາຫຼີເໜືອ


ວັນທີ່ 26 ທັນວາ 2017 ນິໂຄໄລ ປາຕູເຊຟ ປະທານສະພາຄວາມໝັ້ນຄົງຂອງລັດເຊຍ ໃຫ້ຂໍ້ມູນກັບສື່ວ່າ ສະຫະລັດຮູ້ດີການບຸກເຂົ້າໂຈມຕີເກົາຫຼີເໜືອນັ້ນກໍ່ໃຫ້ເກີດຄວາມສູນເສຍຄັ້ງໃຫຍ່ ຕໍ່ປະຊາຊົນອາເມລິກາທີ່ອາໃສ່ຢູ່ເກົາຫຼີໃຕ້ກວ່າ 250.000 ຄົນອາດເສຍຊີວິດທັນທີ ເຊີ່ງຍອດການສູນເສຍແມ່ນບໍ່ມີໃຜຍອມຮັບໄດ້.


ເຊີ່ງຂະນະນີ້ປືນໃຫຍ່ ແລະ ຖານຍິງຈະຫຼວດຂອງເກົາຫຼີເໜືອປະຈຳການຢູ່ຫ່າງຈາກກຸງໂຊ ຂອງເກົາຫຼີໃຕ້ພຽງ 50 ກິໂລແມັດ ເຊີ່ງຈະສົ່ງຜົນກະທົບກັບຊີວິດຄົນຢ່າງໜ້ອຍ 10 ລ້ານຄົນຫາກວ່າມີສົງຄາມເກີດຂື້ນ ແລະ ຜູ້ຕ້ອງຮັບຜິດຊອບເລື່ອງນີ້ເປັນໃຜບໍ່ໄດ້ນອກຈາກສະຫະລັດ ເພາະເປັນຜູ້ປຸກປັ່ນຄວາມຕຶງຄຽດ ຍົ່ວຍຸ ກັບຜູ້ນຳ ແລະ ປະຊາຊົນເກົາຫຼີເໜືອຢູ່ຕະຫຼອດເວລາ.



ແລະ ທີ່ສຳຄັນການດຳເນີນການຊ້ອມຮົບທາງອາກາດ ແລະ ທະເລກັບເກົາຫຼີໃຕ້ນັ້ນ ເຮັດໃຫ້ເກົາຫຼີເໜືອຕ້ອງຊອກຫາວິທີປ້ອງກັນຕົວເອງຫຼາຍຂື້ນ.




ບັນຫາທີ່ເກີດຂື້ນ ປາຕູເຊຟ ປະທານສະພາຄວາມໝັ້ນຄົງລັດເຊຍ ຍຳ້ວ່າ ແກ້ໄຂໄດ້ດ້ວຍວິທີທາງການທູດເທົ່ານັ້ນ ເຊີ່ງຜ່ານມາລັດເຊຍ ແລະ ຈີນ ກໍ່ຊຸກຍູ້ໃຫ້ເຈລະຈາກັນຢ່າງສ້າງສັນແຕ່ວ່າສະຫະລັດນັ້ນບໍ່ສົນໃຈ ເພາະສະຫະລັດກຳລັງໃຊ້ປະໂຫຍດຈາກບັນຫານິວເຄຼຍ ເພື່ອຄວາມຄຸມລັດເຊຍກັບຈີນ ແລະ ຈັດວາງກຳລັງທະຫານໃນເອເຊຍ-ປາຊີຟິກເຊີ່ງເປັນປະໂຫຍດຕໍ່ເປົ້າໝາຍທາງຍຸດທະສາດຂອງສະຫະລັດນັ້ນເອງ


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments