ດ່ວນ!! ຖ້າບໍ່ແມ່ນເຈົ້າຂອງລົດຫ້າມນຳລົດຂ້າມໄປໄທເດັດຂາດ



ມື້ນີ້ແອັດມິ້ນເອົາຂໍ້ມູນມາອັບເດດໃຫ້ແຟນເພດໄດ້ຮັບຮູ້ກ່ຽວກັບການນຳລົດສ່ວນໂຕຂ້າມໄປປະເທດໄທ ທາງການຂອງໄທໄດ້ຂຶ້ນປ້ານແຈ້ງເຕືອນປະຊາຊົນລາວທີ່ຈະນຳໃຊ້ລົດສ່ວນໂຕເດີນທາງເຂົ້າປະເທດໄທ ໂດຍການຜ່ານດ່ານຕ່າງໆແມ່ນຕ້ອງໄດ້ໃຫ້ປະຕິບັດຢ່າງເຂັ້ມງວດ ເຊິ່ງເລີ່ມແຕ່ວັນທີ 1 ມຫງກອນ 2018 ເປັນຕົ້ນໄປ. ຫາກວ່າທ່ານບໍ່ແມ່ນເຈົ້າຂອງລົດຄັນທີ່ຈະເອົາແລ່ນຂ້າມໄປປະເທດໄທນັ້ນ (ເອກກະສານລົດ ແລະປຶ້ມຜ່ານແດນຫຼືພາສປອດ ບໍ່ກົງກັນ) ແມ່ນຕ້ອງໄດ້ມີໃບມອບສິດ ການນຳໃຊ້ລົດແລະອະນຸຍາດໃຫ້ຄົນອື່ນນຳໃຊ້ລົດແລ່ນເຂົ້າປະເທດໄທ.

ນີ້ກໍ່ແມ່ນມາດຕະຖານໜຶ່ງທີ່ທາງການໄທເພິ່ນໄດ້ປະຕິບັດຢ່າງເຂັ້ມງວດ ເພື່ອກວດກາບັນຫາລົດຜິດກົດໝາຍ ແລະການລັກລອບລົດຂ້າມໄປຂາຍຢູ່ຕ່າງປະເທດ

ແຕ່ສຳລັບຢູ່ດ່ານລາວແມ່ນຍັງບໍ່ໄດ້ເຂັ້ມງວດໃນເລື່ອງນີ້ ເພາະວ່າການນຳລົດສ່ວນໂຕຈາກຝຣັ່ງໄທມານັ້ນກໍ່ຍັງບໍ່ໄດ້ປ່ຽນກົດລະບຽບຫຍັງເທື່ອ ປະຊາຊົນໄທສາມາດນຳລົດສ່ວນໂຕແລ່ນເຂົ້າມາປະເທດລາວໄດ້ຕາມກົດລະບຽບເກົ່າປົກກະຕິ

ການປ່ຽນແປງທີ່ທາງການໄທເພິ່ນອອກມາແຈ້ງເຕືອນກໍ່ມີລາຍລະອຽດດັ່ງລຸ່ມນີ້:






ຂໍຂອບໃຈແຫຼ່ງທີ່ມາ: Vientaine Hour
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments