ດ່ວນ!! ເກີດເຫດບໍ່ຄາດຄິດ ລົດຂົນສົ່ງນັກຮຽນປິ້ນ (ກົດອ່ານລາຍລະອຽດ)



ໃນວັນພະຫັດ ວັນທີ07/12/2017ເວລາ08:30ນາທີ ໄດ້ເກີດເຫດລົດຂົນສົ່ງນັກຮຽນປີ້ນຢູ່ເຂດບ້ານເວີນແທນ ເມືອງໄຊທານີ ນະຄອນຫລວງວຽງຈັນ ຕາມລາຍງານຈາກໜ່ວຍກູ້ໄພໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບຜູ້ບາດເຈັບຫຼາຍກວ່າ 20 ຄົນ ໃນນັ້ນທາງໜ່ວຍກູ້ໄພມູນນິທິຈີນໄດ້ຊ່ວຍເຫຼືອຄົນເຈັບທັງໝົດ 12 ຄົນ ຊາຍ6ຄົນ ຍີງ6ຄົນ.

ສຳລັບອາການເບື້ອງຕົ້ນຂອງຜູ້ທີ່ໄດ້ຮັບບາດເຈັບທັງໝົດ 8 ຄົນມີແຜທະຫລອກແຂນຂາ ເພດຍິງ1: ຄົນກະທົບບ່າໄລ່, ເພດຊາຍ: ແຜໂພກຊໍ້າ ແລະແຜທະຫລອກແຂນຂາ, ສ່ວນເພດຊາຍອີກ2ຄົນແມ່ນທົນພິດບາດແຜບໍ່ໄຫວໄດ້ເສຍຊີວິດກ່ອນທີມກູ້ໄພໄປຮອດ ໃນນັ້ນຜູ້1: ມີແຜເປີດໃຫຍ່ບໍລິເວນຫົວ, ຜູ້ທີ2: ແຜເປີດໃຫຍ່ບໍລິເວນກົ້ນແລະແຜທະຫລອກ.

ຕໍ່ກັບຜູ້ທີ່ໄດ້ຮັບບາດເຈັບທທາງໜ່ວຍກູ້ໄພໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວ(ນຳສົ່ງໄປໂຮງໝໍມິດຕະພາບ150ຕຽງທັງໝົດ). ສ່ວນຍັງເຫຼືອແມ່ນໜ່ວຍກູ້ໄພມູນນິທິ1623 ແລະກູ້ໄພຮ່ວມໃຈນຳສົ່ງ







ຂໍຂອບໃຈແຫຼງຂໍ້ມູນ: Page Lao Update
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments