ແຊຣສະນັ່ນ !!! ພໍ່ຄ້າຫມຸ່ມ "ຂາຍເຂົ້າຫລາມ" ແຄມທາງ ແຕ່ບໍ່ມີລູກຄ້າຈອດຊື້ສັກຄັນ ແລະ ນີ້ຄືສາເຫດ (ມີຄລິບ)

ເກີດເປັນຄລິບເອີ້ນສຽງຫົວຮາໆສຳລັບຄລິບ ພໍ່ຄ້າຫມຸ່ມໄວໂຈ໋ ທີ່ນັ່ງຂາຍເຂົ້າຫລາມແຄມທາງໃນຮ້ານ (ເຂົ້າຫລາມແມ່ບົວລອຍ ອຳເພີກຸ່ມວາປີ ຈັງຫວັດອຸດອນທານີ ປະເທດໄທ) ທີ່ລ່າສຸດມີຍອດເຂົ້າເບິ່ງເກືອບ 4 ແສນວິວເຂົ້າໄປແລ້ວ



ໂດຍຮູບໃນຄລິບເຜີຍໃຫ້ເຫັນພໍ່ຄ້າຫມຸ່ມໄວລຸ້ນຄົນຫນຶ່ງ ນັ່ງຂາຍເຂົ້າຫລາມຢູ່ ໂດຍເມື່ອມີລົດຂັບຂີ່ໄປມາ ເຂົາກໍ່ຈະຮ້ອງດັງໆເພື່ອເອີ້ນລູກຄ້າໃຫ້ມາຊື້ເຂົ້າຫລາມນຳດ້ວຍນຳ້ສຽງສຸດຮາ ຄ້າຍໆກັບຄົນຢາກຫາເລື່ອງ ທີ່ລົດຄັນໃດໆຜ່ານໄປຜ່ານມາໄດ້ຍິນເຖິ່ງກັບສະດຸ້ງ ເຊິ່ງເຂົາກໍ່ພະຍາຍາມເອີ້ນລູກຄ້າທຸກຄັ້ງເວລາມີລົດຂັບຜ່ານມາ ແຕ່ງານນີ້ມີເງີບ ເພາະບໍ່ມີລົດຄັນໃດຈອດຊື້ເຂົ້າຫລາມຫອມໆຫວານໆຊ່ວຍເລີຍ
ນັ່ງຖ້າລູກຄ້າ



ນັ່ນໆລົດມາແລ້ວ


ແລ້ວກະຮ້ອງອອກໄປດັງໆວ່າ ຊື້ເຂົ້າຫລາມບໍ່ອ້າຍ


ບໍ່ມີໃຜຈອດສັກຄັນ

ເຫດການແທ້ໆຈະເປັນຈັ່ງໃດເຮົາໄປເບິ່ງຄລິບກັນດີກວ່າ....




ຈັ່ງໃດກໍ່ຕາມຊາວເນັດບາງສ່ວນທີ່ໄດ້ເບິ່ງຄລິບແລ້ວ ໃຫ້ຄວາມເຫັນວ່າ ນີ່ອາດຈະເປັນຄລິບທີ່ຖ່າຍຫລິ້ນໆມ່ວນໆກໍ່ເປັນໄດ້
ກໍ່ແມ່ນຫັ້ນລະເນາະ ບໍ່ຮູ້ວ່າອ້າຍລາວເອີ້ນລູກຄ້າ ຫລື ວ່າໄລ່ລູກຄ້າ (ແຕ່ໄດ້ເບິ່ງຄລິບແລ້ວກະຫົວຕາມໆກັນໄປ)

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments