ພະທາດອີງຮັງ ເປັນສິ່ງສັກສິດຄູ່ຂວັນຂອງແຂວງສະຫວັນນະເຂດ
ພະທາດອີງຮັງ ຕັ້ງຢູບ້ານທາດອີງຮັງ ເມືອງໄກສອນພົມວິຫານ ແຂວງ ສະຫວັນນະເຂດ ເຊິ່ງຢູ່ຫ່າງຈາກ ຕົວເມືອງໄກສອນ ປະມານ 15 ກິໂລແມັດ ໄປຕາມທາງຫຼວງເລກ 9 ສະຫວັນ-ເຊໂນ. ພະທາດອີງຮັງມີຄວາມສູງ 25 ແມັດ ປະຕູທາງເຂົ້າມີ 4 ດ້ານ ມີພາບແກະສະຫຼັກ ລວດລາຍຫຼາຍແບບແຕກຕ່າງກັນໄປ ທີ່ເປັນສິລະປະສະຖາປັດຕະຍະກຳທີ່ສວຍງາມ. ຖືໄດ້ວ່າເປັນອີກສະຖານທີ່ໜຶ່ງທີ່ສຳຄັນຂອງລາວ .
ທຸກໆປີ ຊາວແຂວງສະຫວັນນະເຂດ ຈະຕ້ອງຈັດງານທີ່ບ້ານທາດ ເປັນງານທີ່ຍິ່ງໃຫຍ່ ໃນງານແມ່ນຈະມີການແຫ່ທຽນເພື່ອຖະຫວາຍພະທາດ ແລະ ຈະມີການຟ້ອນລຳຕ່າງໆຕາມປະເພນີ. ງານພະທາດອີງຮັງຈັດຂຶ້ນ ໃນຊ່ວງເດືອນທັນວາ ຂອງທຸກໆ ປີ ເຊິ່ງປີນີ້ກົງກັບວັນທີ 3 ທັນວາ 2017. ຄ່າເຂົ້າຊົມພະທາດອີງຮັງ ຖ້າເປັນນັກທ່ອງທ່ຽວຊາວຕ່າງຊາດແມ່ນ 5,000 ກີບ ຕໍ່ 1 ຄົນ ແຕ່ຖ້າເປັນນັກທ່ອງທ່ຽວຊາວລາວແມ່ນ 2,000 ກີບ ສ່ວນໄລຍະບຸນນະມັດສະການປະຈຳປີຈະບໍ່ເກັບຄ່າເຂົ້າຊົມ.
ພະທາດກວ້າງດ້ານລະ 9 ແມັດມີລັກສະນະເປັນສີ່ລ່ຽມຫຍໍ້ມູມ ຄືກັບຫໍຜາສາດ ເປັນພະທາດແບບປະສົມວິຫານ ຄື: ເປັນສະຖານທີ່ປະດິດສະຖານສິ່ງສັກສິດ ເພາະມີປະຕູເຂົ້າອອກໄດ້. ອົງພະທາດຈັດເປັນ 3 ຖານຫລຸດຫລັ່ນກັນເປັນລຳດັບຖານລຸ່ມ, ຖານກາງ ເປັນສິລະປະດັ້ງເດີມ, ຖານເທິງ ແລະຍອດພະທາດເປັນ ສິລະປະສະໄໝລ້ານຊ້າງ. ຂໍ້ຫ້າມບ່ອນນີ້ຄື ຫ້າມແມ່ຍິງເຂົ້າໄປຊັ້ນໃນຂອງຕົວອົງພະທາດ ໄດ້ແຕ່ຂາບໄຫວ້ດ້ານນອກເທົ່ານັ້ນ ແລະ ຈະເຂົ້າບໍລິເວນວັດຈະຕ້ອງນຸ່ງສິ້ນເທົ່ານັ້ນ.
ແຂວງສະຫວັນນະເຂດ ເປັນເມືອງອັນດັບ 2 ຂອງປະເທດທາງດ້ານເສດຖະກິດມີເນື້ອທີ່ 22,080 ກິໂລຕາແມັດ ແລະ ມີພົນລະເມືອງປະມານ 970,000 ຄົນ ມີຊາຍແດນຕິດກັບແຂວງຄຳມ່ວນທາງທິດເໜືອ, ແຂວງສາລະວັນທາງທິເໃຕ້, ປະເທດຫວຽດນາມທາງທິດຕາເວັນອອກ ແລະ ປະເທດໄທທາງທິດຕາເວັນຕົກ ເປັນເຂດໜຶ່ງທີ່ອຸດົມສົມບູນມັ່ງຄັ່ງໄປດ້ວຍວັດທະນະທຳຈຸດພິເສດຂອງແຂວງນີ້ ທາງດ້ານວັດທະນະທຳມີບູຮານສະຖານທີ່ເກົ່າແກ່ ປະມານ 7 ສະຕະວັດ ແລະ ໃໝ່ປະມານ 2 ສະຕະວັດ. ບູຮານສະຖານທີ່ບັນຈຸສິລະປະລວດລາຍແບບຂອມ ເຊິ່ງເຊື່ອກັນວ່າສ້າງໃນ ສະໄໝສະຕະວັດທີ 11 ໄດ້ແກ່ຫໍເທວະໄລ, ຜາສາດເຮືອນຫີນເມືອງສອງຄອນ ແລະ ທາດພູບ້ານນາດູ່ ເມືອງ ຈຳພອນ ແລະ ທີ່ເດັ່ນໄປກວ່ານັ້ນ ກໍ່ຄືທາດອີງຮັງ ວັດໜອງລຳຈັນບ້ານຊະຄືນໃຕ້, ວັດທ່າໂສນ, ວັດໄຊະພູມ ແລະ ວັດຈຳພອນ, ວັດເຫຼົ່້ານີ້ສ້າງຂຶ້ນໃນ ສະຕະວັດທີ 18-19 ແລະ ຕົ້ນສະຕະວັດທີ 20 ນີ້ເອງ.
ສະຫວັນບ້ານນາ savanbanna
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment