ເກັ່ງຫຼາຍ!! ຕຳຫລວດຈັບຄົນເຊື່ອງຢາບ້າຢູ່ໃນໂສ້ງຊ້ອນ
ຫຼາຍຮູບແບບໃນການຊຸກເຊື່ອງຢາເສບຕິດ ໃນກໍລະນີໄປຮັບຊື້ຂາຍ ໂດຍສະເພາະພວກທີ່ຈຳໜ່າຍລາຍຍ່ອຍ, ຫຼ້າສຸດ ກາງເດືອນພະຈິກ 2017 ໜ່ວຍຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງບໍລິຄັນ ແຂວງບໍລິ ຄຳໄຊ ໄດ້ຕັ້ງດ່ານກວດລົດຈັກໄວລຸ້ນ 2 ຄົນ ໃນຂະນະກັບມາແຕ່ໄປຮັບເອົາຢາບ້າຢູ່ບ້ານຜາເມືອງ ເມືອງບໍລິຄັນ ຜ່ານການກວດຄົ້ນພົບເຫັນຢາບ້າລວມທັງໝົດ 129 ເມັດ ທີ່ຊຸກເຊື່ອງໄວ້ໃນໂສ້ງຊ້ອນ ຈຶ່ງກັກຕົວໄວ້ ຊື່ທ້າວ ຈຽງ ອາຍຸ 35 ປີ ແລະ ທ້າວ ສົມຈິດ ອາຍຸ 25 ປີ ທັງສອງຢູ່ບ້ານບໍ່ ເມືອງບໍລິຄັນ ແຂວງບໍລິຄຳໄຊ.
ການມ້າງຄະດີດັ່ງກ່າວນີ້ ຍ້ອນຄວາມຮ່ວມມືຂອງປະຊາຊົນທີ່ແຈ້ງມາວ່າ: ທ້າວ ຈຽງ ແລະ ທ້າວ ສົມຈິດ ມີພຶດຕິກຳເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າ ຈາກການຕິດຕາມພຶດຕິກຳຂອງສອງຄົນນັ້ນ ພົບວ່າ ມີມູນຄວາມຈິງແທ້ ຕົກມາຮອດວັນທີ 20 ພະຈິກ 2017 ເວລາ 13:00 ໂມງ ໄດ້ສືບຮູ້ວ່າ ພວກກ່ຽວຈະອອກໄປຊື້ຢາເສບຕິດຢູ່ເຂດບ້ານຜາເມືອງ ເມືອງບໍລິຄັນ ເມື່ອຮູ້ແນວນັ້ນ ຈຶ່ງນຳກຳລັງວິຊາສະເພາະ ລົງຕັ້ງຈຸດກວດກາຢູ່ສົ້ນຂົວນໍ້າປູ້ ບ້ານບໍ່ ພ້ອມທັງວາງກຳລັງຕິດຕາມເປົ້າໝາຍ ຮອດເວລາ 16:00 ໂມງ ເຫັນເປົ້າໝາຍຂີ່ລົດຈັກເວບຈີນ ສີແດງດຳ ບໍ່ມີທະບຽນ ມຸ່ງໜ້າເຂົ້າມາບ້ານບໍ່, ເມື່ອມາຮອດຈຸດສົ້ນຂົວນໍ້າປູ ເຈົ້າໜ້າທີ່ຈຶ່ງສະແດງຕົວເຂົ້າກວດຄົ້ນ ຜ່ານການກວດຄົ້ນ ພົບຂອງກາງຢາບ້າທີ່ຊຸກເຊື່ອງໃນໂສ້ງຊ້ອນໃນຂອງ ທ້າວ ຈຽງ ຈຳນວນ 89 ເມັດ ແລະ ຢູ່ນໍາທ້າວ ສົມຈິດ ຈຳນວນ 40 ເມັດ ລວມທັງໝົດ 129 ເມັດ ມາສອບສວນ.
ດ້ວຍຂໍ້ມູນ ແລະ ຫຼັກຖານທີ່ຮັດກຸມ ຜູ້ຖືກຫາທັງສອງຈຶ່ງສາລາພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຂອງພວກ ກ່ຽວແທ້ ໂດຍໄດ້ຊື້ນຳພັກພວກທີ່ຮ່ວມການຄ້າຂາຍຍ່ອຍຢູ່ບ້ານຜາເມືອງ ເມືອງບໍລິຄັນ ແລະ ເທດສະບານເມືອງ ຊື້ຄັ້ງລະ 50-200 ເມັດ, ສ່ວນຫຼາຍເອົາໄປຂາຍໃຫ້ໄວລຸ້ນທີ່ເຮັດວຽກເປັນກຳມະກອນກໍ່ສ້າງ ຢູ່ພາຍໃນເມືອງ ແລະ ຂາຍໃຫ້ກັບພັກພວກທີ່ລຶ້ງເຄີຍກັນ ຂາຍຄັ້ງລະ 2-5 ເມັດ, ເງິນທີ່ໄດ້ຈາກການຄ້າຂາຍຢາບ້າ ແມ່ນໄດ້ເອົາໄປໃຊ້ຫຼິ້ນກີນໝົດ. ນອກນີ້, ພວກກ່ຽວຍັງສາລະພາບອີກວ່າ: ກ່ອນຈະລິເລີ່ມຄ້າຂາຍຢາບ້າແມ່ນໄດ້ພົວພັນເສບແຕ່ປີ 2013 ເປັນຕົ້ນມາ ເສບມື້ລະ 1-2 ເມັດ ໂດຍຈະນຳເອົາເງິນທີ່ໄປຮັບຈ້າງເປັນກຳມະກອນມາແລກຊື້ຢາບ້າເສບໄປວັນໆ ບາງຄັ້ງບໍ່ມີເງິນກໍໄດ້ຊອກລັກເຄື່ອງເຮືອນ ຫຼື ເຄື່ອງຂອງໝູ່ໄປຂາຍແລ້ວເອົາເງິນໄປຊື້ຢາບ້າມາເສບກັບພັກພວກ, ຈາກນັ້ນມາປີ 2017 ເດືອນກັນຍາ ດ້ວຍຄວາມຕ້ອງການໃນການເສບຢາບ້າ ແມ່ນຫຼາຍຂຶ້ນ ແລະ ຜູ້ທີ່ຮ່ວມຂະບວນການນຳກັນໄດ້ຊັກຊວນໃຫ້ຂາຍຈຶ່ງຕົກລົງ ແລະ ເຄື່ອນໄຫວນຳເອົາຢາບ້າ ຈຳນວນ 10 ເມັດ ມາຂາຍກ່ອນ ເມື່ອເຫັນວ່າມີໄວລຸ້ນທີ່ມາຊື້ນຳມີຈຳນວນຫຼວງຫຼາຍ ຈຶ່ງຮັບເອົາມາຈຳໜ່າຍຫຼາຍຂຶ້ນ, ມື້ຖືກຈັບວັນທີ 20 ພະຈິກ 2017 ພາຍຫຼັງຮັບເງິນເດືອນຈາກອາຊີບເປັນກຳມະກອນ ໄດ້ພ້ອມກັນໄປຊື້ຢາບ້ານຳພັກພວກຢູ່ບ້ານຜາເມືອງ ໂດຍທ້າວ ຈຽງ ຊື້ຈຳນວນ 89 ເມັດ ແລະ ທ້ານ ສົມຈິດ ຊື້ 40 ເມັດ ພາຍຫຼັງອອກຈາກບ້ານຜາເມືອງ ເຂົ້າມາເຂດບ້ານບໍ່ເມືອງ ມາຮອດຂົ້ວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຈຳນວນດັ່ງກ່າວມາດຳເນີນຄະດີ.
ຈາກຄະດີຂ້າງເທິງເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ຍັງຮູ້ອີກວ່າ: ໃນວັນທີ 28 ພະຈິກ 2017 ໄດ້ກັກຕົວ ທ້າວ ສີວັນທໍ່ ອາຍຸ 29 ປີ ຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ທີ່ມາຢາມພີ່ນ້ອງຢູ່ເມືອງບໍລິຄັນ ແລ້ວສວຍໃຊ້ໂອກາດນີ້ຄ້າຂາຍຢາບ້າຈຳນວນ 783 ເມັດ ພ້ອມກັບຢຶດປືນຊະນິດດັດແປງ (ປືນແກັບ) 1 ກະບອກ ມາດຳເນີນຄະດີ.
ທ້າວ ສີວັນທໍ່ ສາລາພາບວ່າ: ເລີ່ມເສບ-ຂາຍຢາບ້າມາແຕ່ປີ 2015, ການຊື້ຢາບ້າແຕ່ລະຄັ້ງ ແມ່ນຊື້ຄັ້ງລະ 200-800 ເມັດ ເປັນຕົ້ນ, ສ່ວນຢາບ້າຈຳນວນ 783 ເມັດ ແລະ ປືນແກັບ ທີ່ເຈົ້າໜ້າທີ່ຢຶດໄດ້ຄັ້ງນີ້ ແມ່ນເປັນຂອງຕົນແທ້, ໃນວັນທີ 27 ພະຈິກ 2017 ເວລາປະມານ 8:00 ໂມງ ຜູ້ກ່ຽວພ້ອມດ້ວຍລູກເມຍ ໄດ້ໄປຢາມພໍ່ເຖົ້າຢູ່ບ້ານໂນນສົມບູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຮອດເວລາ 17 ໂມງ ຜູ້ກ່ຽວໄດ້ຂັບລົດຮຸນໄດ ທະບຽນ ກຕ 1141 ກຳແພງນະຄອນ ໄປຊື້ຢາບ້າຢູ່ບ້ານຜາເມືອງ ນຳພັກພວກຈຳນວນ 3 ຖົງ ເທົ່າກັບ 600 ເມັດ ເມື່ອໄດ້ຢາບ້າມາແລ້ວ ກໍມຸ່ງໜ້າໄປບ້ານຫາດຢືນ ເພື່ອຈະນຳເອົາຢາບ້າຈຳນວນດັ່ງກ່າວໄປຈຳຂາຍໃຫ້ກຳມະກອນທີ່ເຮັດວຽກຢູ່ເຂື່ອນໄຟຟ້ານໍ້າງຽບ ແລະ ຂາຍໃຫ້ກຸ່ມໄວລຸ້ນບ້ານຫາດຢືນ ແລະ ບ້ານທ່າເຮືອ ມາວັນທີ 28 ພະຈິກ 2017 ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງຢາບ້າ 783 ເມັດ, ເງິນກີບ 6.270.000 ກີບ, ລູກປືນ 7 ລູກ ແລະ ໂທລະສັບຈໍານວນ 3 ເຄື່ອງ.
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment