ເອົາຫຍັງເຮັດໃຈນໍ້!!! ພໍ່ແທ້ໆ ທັງຕີທັງຢ້ຽບລູກສາວ ໂຕນ້ອຍໆແບບບໍ່ອຸຕົນເລີຍ!!! (ມີຄລິບ)


ເມື່ອບໍ່ດົນມານີ້ມີຄລິບທີ່ເປັນກະແສອອນໄລໃນຈີນ ໂດຍໃນຄລິບມີຜູ້ຊາຍຄົນໜຶ່ງ ໃນເມືອງເຫີເປີ້ຍທີ່ປະເທດຈີນ ໄດ້ຕົບຕີ ແລະ ຢ້ຽບເດັກນ້ອຍຜູ້ຍິງລົງພື້ນ ທີ່ລາວເອົາມານຳໃນບໍລິເວນຫົນທາງ ແລ້ວຍັງຢ້ຽບຫຼາຍໆເທື່ອອີກນຳ
ເມື່ອມີຄົນບໍລິເວນນັ້ນເຫັນແລ້ວທັກວ່າ ເປັນຫຍັງຄືຕີ ລາວກໍ່ຕອບແຕ່ວ່າ “ເດັກນ້ອຍບໍ່ເປັນຫຍັງດອກ” ພາຍຫລັງຮູ້ວ່າຜູ້ຊາຍຄົນນີ້ ອາຍຸ 39 ປີ ແລະ ເປັນພໍ່ແທ້ໆ ຂອງເດັກນ້ອຍທີ່ຖືກຕີນັ້ນ ເຊິ່ງຕອນນີ້ຖືກຕຳຫຼວດຄຸມໂຕໄວ້ໄດ້ແລ້ວ ສ່ວນເດັກນ້ອຍຄົນນັ້ນຫຼັງກວດເບິ່ງຫ່າງກາຍກໍ່ບໍ່ມີຫຍັງຜິດປົກກະຕິ ຕອນນີ້ໄດ້ຢູ່ໃນຂະນະກິນຢາ
ຄລິບດັ່ງກ່າວໄດ້ເຮັດໃຫ້ຊາວເນັດຈີນ ຕ່າງກໍ່ມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ ໂດຍມີຄວາມຄິດເຫັນໜຶ່ງກ່າວວ່າ  ເຮົາສາມາດອອກກົດໝາຍໃຫ້ຄົນທີ່ຕີເດັກນ້ອຍບໍ່ມີສິດໃນການລ້ຽງເດັກນ້ອຍອີກຕໍ່ໄປໄດ້ບໍ່ ເພາະປັດຈຸບັນນີ້ ຄະດີຄວາມຮຸນແຮງຕ່າງໆ ໃນຄອບຄົວມີໃຫ້ເຫັນຫຼາຍ

(ຄລິບ)




cr: sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.








Comments