ສຸດຍອດ!! ຢູເນດໂກ ປະກາດຍົກຍ້ອງ "ສຽງແຄນລາວ" ເປັນມໍລະດົກພູມປັນຍາທາງວັດທະນາທຳລະດັບໂລກ (ມີຄລິບ)
ເມື່ອວັນທີ່ 11 ທັນວາ 2017 ສື່ດ້ານຂ່າວສານແລະສັງຄົມອອນໄລໃນປະເທດເຮົາ ຫຼາຍສຳນັກນຳສະເໜີຂ່າວແຫ່ງຄວາມພາກພູມໃຈຂອງປະຊາຊົນລາວທົ່ວປະເທດ ສືບເນື່ອງຈາກການປະຊຸມຄະນະກຳມະການດ້ານພູມປັນຍາທັາງວັດທະນາທຳ ອົງການການສຶກສາ ວິທະຍາສາດ ແລະວັດທະນາທຳແຫຼ່ງສະຫະປະຊາຊາດ (ຢູເນດໂກ) ທີ່ເກາະເຊຈູ ປະເທດເກົາຫຼີໃຕ້ ໃນວັນທີ 4-9 ທັນວາ 2017 ທີ່ຜ່ານມາ
ເຊິ່ງຄະນະກຳມະການ ປະກາດຍົກຍ້ອງເປັນທາງການໃຫ້ "ສຽງແຄນລາວ" ເປັນມໍລະດົກພູມປັນຍາທາງວັດທະນາທຳ ທີ່ຈັບຕ້ອງບໍ່ໄດ້ ຖືວ່າເປັນຄວາມພາກພູມໃຈຂອງປະຊາຊົນລາວ ແລະບັນດາຊົນເຜົ່າ ເພາະສະແດງເຖິງຄວາມສຳຄັນຂອງສຽງແຄນລາວທີ່ມີມາແຕ່ບູຮານນະການ ເຊິ່ງການປະກາດຍົກຍ້ອງຄັ້ງນີ້ ໄດ້ຮັບການຮັບຮອງໂດຍຄະນະກຳມະການຂອງຢູເນດໂກ
ຄລິບ
ຂໍຂອບໃຈທີ່ຕິດຕາມອ່ານເພດຂອງພວກເຮົາ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment