ລະນຶກວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ



ຄະນະ​ກຳມາ​ທິ​ການ​ແຫ່ງຊາດ ເພື່ອ​ຄວາມ​ກ້າວໜ້າ​ຂອງແມ່ຍິງ ແລະ ແມ່-ເດັກ ຮ່ວມ​ກັບສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ແລະ UN WOMEN ລະນຶກວັນ​ສາກົນລຶບລ້າງ​ການ​ໃຊ້ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ວັນ​ທີ 25 ພະຈິກ ພາຍ​ໃຕ້​ຫົວຂໍ້ “ບໍ່​ປະໃຜ​ໄວ້​ເບື້ອງ​ຫຼັງ ຢຸດຕິ​ການ​ໃຊ້ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ເດັກ​ຍິງ” ຂຶ້ນວັນ​ທີ 30 ພະຈິກ 2017 ຢູ່​ສູນການ​ຮ່ວມ​ມື​ສາກົນລາວ-ຍີ່ປຸ່ນ (ICTC) ນະຄອນຫຼວງ​ວຽງ​ຈັນ ມີທ່ານ​ນາງ ອິນລາ​ວັນ ແກ້ວ​ບຸນ​ພັນ ປະທານ​ສູນກາງ​ສະຫະພັນ​ແມ່ຍິງ​ລາວ ທັງເປັນ​ຮອງ​ປະທານ ຜູ້​ປະຈຳການຄະນະ​ກຳມາ​ທິ​ການ​ແຫ່ງ​ຊາດ ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ແລະ ແມ່-ເດັກ (​ຄຊກມດ) ພ້ອມດ້ວຍ​ຜູ້ຕາງໜ້າ​ຈາ​ກະຊວງ ແລະ ອົງ​ການຈັດຕັ້ງ​ສາກົນ​ກ່ຽວຂ້ອງ ເຂົ້າ​ຮ່ວມ.
ໂອກາດ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບຊົມ​ວິ​ດີ​ໂອສານ​ຂອງ​ທ່ານ ສອນໄຊ ສີ​ພັນ​ດອນ ຮອງ​ນາຍົກ​ລັດຖະ​ມົນຕີ ປະທານ ​ຄຊກ ​ມດ ທີ່ຍົກ​ໃຫ້​ເຫັນ​ເຖິງ​ສະພາບ​ຄວາມຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ເດັກ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ສົ່ງເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ແລະ ຄວາມ​ສະເໝີພາບຍິງ-ຊາຍ ລວມ​ທັງ​ວຽກ​ງານ​ຕ້ານ ແລະ ສະກັດ​ກັ້ນ​ການ​ໃຊ້​ຄວາມຮຸນ​ແຮງ​ຕໍ່​ແມ່ຍິງ​ທຸກ​ຮູບ​ແບບ​ໄລຍະ​ຜ່ານ​ມາ ໃນ​ພາກສ່ວນ​ຕ່າງໆ ພ້ອມ​ກັບ​ການ​ຮຽກຮ້ອງ​ໃຫ້​ທຸກພາກສ່ວນ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ປ້ອງ​ກັນ ແລະ ແກ້​ໄຂ​ບັນຫາດັ່ງກ່າວ ​ດ້ວຍ​ຄວາມ​ຮັບຜິດຊອບສູງ.
ຈາກ​ນັ້ນ ທ່ານ​ນາງ ອິນ​ລາ​ວັນ ແກ້ວ​ບຸນ​ພັນ ໄດ້​ຫວນ​ຄືນ​ປະຫວັດຄວາມ​ເປັນ​ມາ​ຂອງ​ວັນ​ສາກົນ ​ຢຸດຕິ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ 25 ພະຈິກ ເຊິ່ງ​ຖື​ເປັນ​ຂະ​ບວນ​ການຕໍ່ສູ້​ຂອງ​ບັນດາ​ແມ່ຍິງ​ໃນ​ທົ່ວໂລກ ເພື່ອ​ທວງ​ເອົາ​ສິດ ແລະ ຜົນປະໂຫຍດ​ອັນ​ຊອບ​ທຳ​ຂອງ​ຕົນ ພົ້ນ​ເດັ່ນ​ກວ່າ​ໝູ່ແມ່ນ​ການ​ເຄື່ອນໄຫວ​ຕໍ່ສູ້​ຂອງ 3 ເອື້ອຍ​ນ້ອງ ຕະກູນ​ມີ​ຣາ​ບານ ຈາກ​ສາ​ທາ​ລະນະ​ລັດໂດ​ມີ​ນີ​ແກນ ທີ່​ຕໍ່ສູ້​ເອົາສິດ​ຂອງ​ຄວາມ​ເປັນ​ມະນຸດ​ຂອງແມ່ຍິງ​ເຮັດ​ໃຫ້ 3 ເອື້ອຍ​ນ້ອງ ຖືກລອບ​ສັງຫານ​ຢ່າງ​ໂຫດຮ້າຍ​ປ່າເຖື່ອນ ໂດຍ​ລະບອບ​ຜະເດັດການຂອງ ຣາ​ຟາ​ເອລ ໃນ​ວັນ​ທີ 25 ພະຈິກ ເຊິ່ງ​ນັ້ນ​ໄດ້​ເປັນ​ເຫດການສຳຄັນ​ທີ່​ທົ່ວ​ໂລກ ເຫັນ​ພ້ອມ​ໃຫ້ວັນ​ດັ່ງກ່າວ​ເປັນ​ວັນ​ລະນຶກ​ເຖິງວິລະ​ກຳ​ຂອງ​ບັນດາ​ນັກ​ເຄື່ອນໄຫວ​ຕໍ່ສູ້ ເພື່ອ​ສິດ​ຂອງ​ແມ່ຍິງ​ຈົນເທົ່າ​ປັດຈຸບັນ.


ເປັນພຽງຮູບພາບປະກອບ









ຂໍຂອບໃຈແຫຼ່ງທີ່ມາ: Vientiane Mai Newspaper
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments