ຈັບໄດ້ຄາທີ່ ໂຈນລັກລາງເບຍ ແລະ ມີຫຼັກຖານຄົບ (ຄລິບ)


ໃນວັນທີ 10 ທີ່ຜ່ານມາ ໄດ້ມີເຟສບຸກລາຍໜຶ່ງໄດ້ໂພສເລື່ອງ ໄດ້ມີໂຈນຂີ້ລັກຂີ່ລົດເວບ 100 ມາລັກລາງເບຍທີ່ຮ້ານຂອງຕົນ ແລ້ວຈັບໂຕໄດ້ ແລະ ມີຫຼັກຖານຄົບ ເຊິ່ງຜູ້ເສຍຫາຍໄດ້ໂພສວ່າ :

"ເບິ່ງເອົາເດີ້ພີ່ນ້ອງຜູ້ຍິງຄົນນີ້ໜ້າກະຈົບຕາກະດີ ພັດເປັນຂີ້ລັກ
ລັກຫຍັງບໍ່ລັກ ຊອກລັກລາງເບຍເປົ່າໄປຂາຍ ມາລັກຢູ່ຮ້ານຂ້ອຍແທ້ໆນາງຍັງບອກວ່າໄປເກັບລັງເບຍເຂົາເອົາໄປກິນ. ທັງໆທີ່ວ່າເປັນຮ້ານຂາຍເຄື່ອງຂາຍເບຍຄືກັນ. ຍັງຕົວະຫນ້າຕາເສິຍ
ໃຄແຕ່ຢູ່ຮ້ານຂ້ອຍມີກ້ອງວົງຈອນມີພາບມີຄລິບ ຈຶ່ງຍອມຮັບສາລະພາບວ່ານາງເປັນຄົນລັກ 
ໂສມຫນ້ານາງຂີ້ລັກລະວັງແດ່ໄປຮ້ານໃດເຂົ້າຮ້ານໃດຈັບຕາໄວ້ໃຫ້ດີລະວັງສິບໍ່ລັກແຕ່ລັງເບຍອາດເປັນຊັບສິນມີຄ່າລາຄາແພງກ່ອນລັງເບຍຂອງທ່ານກະເປັນໄດ້. 
ລົດເວບ100ສີດຳແດງ ປ້າຍລົດ ດຍ 7073"

ຄລິບ

 












 -----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments