ເວລາວ່າງເຮົາມາເຮັດຂະຫນົມກິນກັນດີກວ່າເນາະ!!!! ມື້ນີ້ເຮົາຈະມາບອກສູດເຮັດຂະຫນົມປຽກປູນໃບເຕີຍກັນ...


ຂະຫນົມປຽກປູນໃບເຕີຍ ເປັນຂະຫນົມທີ່ເຮົາມັກກິນກັນມາຕັ້ງແຕ່ນ້ອຍໆ ແຖມມີລົດຊາດທີ່ແຊບຫລາຍ ແລ້ວມື້ນີ້ທາງເຟສຂອງພວກເຮົາກະເລີຍຍິບເອົາວິທີເຮັດຂະຫນົມປຽກມາຝາກກັນ ເຊິ່ງຈະມີສ່ວນປະກອບ ແລະ ວິທີເຮັດຈັ່ງໃດນັ້ນເຮົາໄປເບິ່ງນຳກັນເລີຍ
ສ່ວນປະກອບ:
ແປ້ງເຂົ້າຈ້າວ 80 g
ແປ້ງມັນຕົ້ນ 20 g
ແປ້ງທ້າວຍາຍມ່ອມ (ຖ້າບໍ່ມີ ບໍ່ໃສ່ກະໄດ້ເດີ) 20 g
ນຳ້ຕານກ້ອນ 100 g
ນຳ້ຕານຊາຍ 100 g
ເກືອ 2 g
ນຳ້ປູນໃສ 600 g
ຫົວກະທິ 200 g
ນຳ້ໃບເຕີຍ 200 g
ຫມາກພ້າວຂູດ ສຳລັບໂຮຍຫນ້າຂະຫນົມ
ວິທີເຮັດ:
1 ປະສົມແປ້ງທັງ 3 ຊະນິດລົງໃນຊາມ ຄ່ອຍໆເທນຳ້ປູນໃສໃສ່ລົງໄປທີລະນ້ອຍໃຫ້ພໍນວດໄດ້ ນວດຈົນໄດ້ທີ່ປະມານ 10-15ນາທີ ໃສນຳ້ປູນໃສທີ່ເຫລືອຄົນໃຫ້ເຂົ້າກັນ ໃສ່ນຳ້ຕານ ກະທິ ແລະ ນຳ້ໃບເຕີຍໃນຊາມປະສົມກັນ ຄົນຈົນນຳ້ຕານລະລາຍແລ້ວເອົາຜ້າບາງມາຕອງ ແລ້ວນຳໄປຕົ້ມໃຊ້ໄຟອ່ອນໆ ຄົນຈົນຫນຽວຂຸ້ນປະມານ45-60 ນາທີ



2 ຈາກນັ້ນເທໃສ່ຟານທາດ



3 ຖ້າຈົນຂະຫນົມເຍັນແລ້ວຈຶ່ງຕັດແບ່ງເປັນຊິ້ນ



4 ແລ້ວໂຮຍຫນ້າດ້ວຍຫມາກພ້າວຂູດ



ຂັ້ນຕອນມາຮອດນີ້ກະຖືວ່າສຳເລັດ ເປັນຈັ່ງໃດກັນແດ່ ວິທີເຮັດຂະຫນົມປຽກປູນບໍ່ຍາກເລີຍແມ່ນບໍ່ ຂໍໃຫ້ມີຄວາມສຸກກັບການເຮັດຂະຫນົມເດີທຸກຄົນ



cr: จุไรรัตนํ ทาธิวัน




-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments