ເກີດເຫດ!!! ຄົນຖືກໄຟຟ້າຊ໋ອດ ຢູ່ບ້ານ ໂພນໄຊ


ເວລາ08:10ນາທີ ຂອງ ວັນທີ01/12/2017 ແຫຼ່ງຂ່າວຈາກ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຮັບແຈ້ງເຫດຈາກປະຊາຊົນວ່າ
ມີເຫດຄົນຖືກໄຟຟ້າຊ໋ອດ ຢູ່ບ້ານ ໂພນໄຊ ເມືອງ ໄຊເສດຖາ ນະຄອນຫຼວງເມື່ອໜ່ວຍກູ້ໄພມູນນິທີໄປຮອດຈຸດເກີດເຫດພົບວ່າມີຄົນເຈັບ1ຄົນ ເພດຊາຍ ອາຍຸ40ປີ ອາຊີບກຳມະກອນ ບ້ານ ຊະນະຄາມ ເມືອງ ຊະນະຄາມ ແຂວງວຽງຈັນ
ອາການເບື້ອງຕົ້ນແມ່ນມີແຜທະຫຼອກຕາມຕົນໂຕ ແໜ້ນໜ້າເອິກ ມີສະຕິດີ
ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມະໂຫສົດ
ຈຸດທາດຫຼວງ



ທີ່ມາ: Savanh Post

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments