ຍັງບໍ່ຈົບງ່າຍໆ! ໂລນາໂດ ປະກາດຢາກດວນກັບ ເມັດຊີ ອີກຫຼາຍໆປີ



ຄິດເຕຍໂນ ໂລນາໂດ ສຸດຢອດນັກເຕະອັບດັບຕົ້ນໆຂອງໂລກຈາກ ເລວ ມາກລິກ ອອກມາປະກາດຫລັງໄດ້ລາງວັນບາລົງດໍ່ 2017 ວ່າຕ້ອງການຢາກເຕະບານໃນລະດັບສູງເພື່ອດວນກັບຄວາມສຳເລັດກັບ ລິໂອເນວ ເມັດຊີ  ແບບນີ້ຕໍ່ໄປອີກຫຼາຍໆປີ

ມື້ຄືນທີ່ຜ່ານມາ ຊູບເປີສະຕາເຈົ້າຂອງສາຍາ CR7 ໄດ້ສ້າງສະຖິຕິໃຫມ່ລ່າສຸດໂດຍການເປັນນັກເຕະຄົນທຳອິດທີ່ໄດ້ລາງວັນ ບາລົງດໍ່ ມາຄອງໄດ້ຫຼາຍເຖິງ 5 ສະໄໝ ເທົາກັບຄູ່ແຂ່ງຕະຫລອດການຢ່າງ ລິໂອເນວ ເມັດຊີ



"ຂ້ອຍຫວັງວ່າຈະໄດ້ຄ້າແຂ່ງໃນລະດັບສູງສຸດແບບນີ້ຕໍ່ໄປອີກຫຼາຍໆປີ ແລະກໍ່ຢາກດວນກັບ ເມັດຊີ ຕໍ່ໄປແບບນີ້ເລື່ອງໆ ຍ້ອນນີ້ແລະທີ່ເຮັດໃຫ້ຂ້ອຍຢາກເຕະບານຕໍ່" ໂລນາໂດ ເວົ້າ


"ຂ້ອຍຮູ້ສຶກດີຫຼາຍກັບລະດູການນີ້ ແລະດຽວເຮົາມາລູ້ນກັນວ່າໃຜຈະເປັນຜູ້ຊະນະໃນມື້ສຸດທ້າຍ"




ຂໍ້ມູນ 90min
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments