ເຈົ້ານາຍ ປັນຍານຸວົງ ໜຸ່ມບໍລິຄຳໄຊ ທີ່ກຳລົງໂດ່ງດັງ ແລະ ເປັນນາຍແບບຮ໋ອດໃນຕ່າງປະເທດ
ທ. ແມັກ ປັນຍານຸວົງ ຫລື ເຈົ້ານາຍ ອາຍຸ 21 ປີ ນາຍແບບຈາກ ແຂວງບໍລິຄຳໄຊ ເມືອງທ່າພະບາດ ບ້ານເວີນທາດ ນາຍແບບຈາກສັງກັດ Greatest Entertainment ທີ່ກຳລັງໂດ່ງດັງ ແລະ ເປັນທີ່ຮູ້ຈັກຫລາຍໃນວົງການບັນເທີງໄທໃນຕອນນີ້ ໜຸ່ມເຈົ້ານາຍເປັນນາຍແບບທີ່ມີຜົນງານຢ່າງຫລວງຫລາຍທີ່ປະເທດໄທ ຈະວ່າໂກອິນເຕີກໍແມ່ນເລີຍແຫລະ ເພາະເພິ່ນກໍມີທັງຜົນງານການຖ່າຍແບບ ເດີນແບບ ແຖມຍັງເຄີຍຖ່າຍແບບ 8 ຫນຸ່ມ the knot, ຖ່າຍຮ່ວມຄໍລຳ້ ແອດຕິຈູດ, ຖ່າຍປະຕິທິນ 2017 theknot & 8zap ເດີນແບບງານໃຫຍ່ໆໃຫ້ຫ້ອງເສືອດັງໆຂອງປະເທດໄທອີກຫລາກຫລາຍ ລ່າສຸດກະມີ fashionweek bifw2017 ຂອງຫ້ອງເສື້ອ fri27nov ສ່ວນຜົນງານທາງດ້ານໂທລະພາບກໍມີ ໄປອອກສຳພາດໃນລາຍການດັງອີກຫລາຍລາຍການ ເຊັ່ນ: ລາຍການ ວຸດດີ້ ເກີດມາຄຸຍ, ລາຍການ ແສ, ລາຍການ ຖາມຈິງບອກຕົງ, ລາຍການ ແອບບອກ ແລະ ຕອນນີ້ເພິ່ນຍັງບອກກັບທີມມ່ວນຂອງພວກເຮົາອີກວ່າ ກຳລັງຖ້າລົງລະຄອນ ແຕ່ເພິ່ນຂໍອຸບໄວ້ກ່ອນວ່າຈະເປັນຊ່ອງໃດ ແລະ ບົດບາດແບບໃດ ຕ້ອງໃຫ້ຄົນລາວໄດ້ຖ້າລຸ້ນຜົນງານຂອງເພິ່ນໄປນຳກັນ. ແນວໃດກໍຢ່າລືມຕິດຕາມຜົນງານ ສະໜັບສະໜູນ ແລະ ໃຫ້ກຳລັງໃຈເພິ່ນກັນແດ່ເດີ້. ສ່ວນວ່າສາວໆທີ່ຢາກຈະໄປສ່ອງເບິ່ງຄວາມຫລໍ່ ແລະ ຫຸ່ນລຳ້ໆຂອງເພິ່ນກໍໄປເບິ່ງໄດ້ຕາມເຟສບຸກນີ້ເລີຍ เจ้านาย ปัญญานุวงศ์ ແລະ Instagram: @jaonai_laosboy
cr: muan.sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





























Comments
Post a Comment