ສຸດສະເທືອນຂວັນ ຊາຍອິນດູອັດຄລິບພາເຫຍື່ອມຸສລິມໄປຂ້າເຜົາ ຕຳຫຼວດໄດ້ຈັບໂຕແລ້ວ (ຮູບພາບໃນຄລິບອາດກະທົບຈິດໃຈ)
ການລາຍງານໃນວັນທີ 8 ທັນວາ ວ່າຕຳຫຼວດທາງຕາເວັນຕົກຂອງອິນເດຍ ເຂົ້າຈັບທ້າວຊຳບູ ລັດ ຜູ້ຕ້ອງສົງໃສຂາດຕະກຳ ທ້າວໂມຣັມໝັດ ອະຟຣາຊຸນ ຄົນມຸສລິມ ດ້ວຍວິທີໂຫດຫ້ຽມທີ່ໃຊ້ຂວັນຈາມແລະຈູດໄຟເຜົາ ໃນຂະນະທີ່ເຫຍື່ອຮ້ອງຂໍຊີວິດແລະຮ້ອງດ້ວຍຄວາມເຈັບປວດຢ່າງເວດທະນາ
ນອກຈາກນີ້ຍັງອັດຄລິບວິດີໂອບັນທຶກເຫດສັງຫານແລະກ່າວຂົ່ມຂູ່ວ່າ ນີ້ແມ່ນສິ່ງທີ່ເກີດຂຶ້ນຖ້າພວກເຈົ້າຮັກທີ່ຈະເຮັດການຈີຣັດໃນປະເທດຂອງລາວ ແລະໂທດວ່າຊາຍມຸສລິມລໍ້ລວງແມ່ຍິງຣິນດູໃຫ້ອອກຫ່າງຈາກສາສະນາ ຈາກນັ້ນໂພດຄລິບເທິງເຄືອຄ່າຍສັງຄົມອອນໄລ໌ຈົນກາຍເປັນກະແສຄວາມກັງວົນວ່າຈະປຸກລະດົມໃຫ້ກຸ່ມຣິນດູສາຍສຸດໂຕ່ງອອກມາໂຈມຕີຊາວມຸສລິມຫຼາຍຂຶ້ນ
ທາງເຈົ້າໜ້າທີ່ຕຳຫຼວດລະບຸວ່າ ຈາກການສອບສວນເບື້ອງຕົ້ນສັນນິຖານວ່າເປັນການສຸ່ມຂ້າ ເພາະທ້າວລັດບໍ່ໄດ້ຮູ້ຈັກ ທ້າວອະຟຣາຊຸນ ແລະສະມາຊິກຄອບຄົວອີກດ້ວຍ ລວມເຖິງພີ່ນ້ອງທີ່ເປັນຜູ້ຍິງຂອງທ້າວລັດກໍ່ບໍ່ມີໃຜແຕ່ງງານກັບຊາຍມຸສລິມ ຈຶ່ງຍັງບໍ່ຮູ້ແຮງຈູງໃຈຊັດເຈນວ່າຍ້ອນສາເຫດຫຍັງຈຶ່ງທຳຮ້າຍຊາວມຸສລິມເຖິງຂະໜາດນີ້
ມາບາດນີ້ ຊາວມຸສລິມເຊິ່ງເປັນຄົນກຸ່ມນ້ອຍໃນອິນເດຍ ຕົກເປັນເປົ້າໂຈມຕີຢ່າງໜັກໃນຊ້ວງປີທີ່ຜ່ານມາໂດຍສະເພາະເຫດທຳຮ້າຍແລະຂ້າຊາວມຸສລິມທີ່ຂັບລົດບັນທຸກຂົນງົວເປັນສັດສັກສິດຕາມຄວາມເຊື່ອຂອງຣິນດູ
ຮັບຊົມຄລິບ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment