ສາວໄປຊິດເບັດ!! ບັງເອີນໄປໄດ້ກ້ອງຖ່າຍຮູບຂຶ້ນມາແທນ ເລີຍເອົາເເມມໂມລີ້ກາດມາເປີດເບິ່ງ ເປັນເລື່ອງທັນທີ!!
ໃນຊ້ວງມື້ພັກຜ່ອນການອອກໄປຊິດເບັດກໍ່ເປັນກິດຈະກຳທີ່ຫຼາຍຄົນມັກ ແລະເລື່ອງນີ້ກໍ່ໄດ້ເກີດຂຶ້ນກັບ Shelly ໃນຂະນະທີ່ລາວກຳລັງຊິດເບັດຢູ່ນັ້ນ ກໍ່ຮູ້ສຶກໄດ້ວ່າ "ຄັນເບັດເປັນຫຍັງຄືວ່າໜັກຜິດປົກກະຕິ" ລາວພະຍາຍາມດຶງຄັນເບັດກັບມາ ແລ້ວກໍ່ເຫັນວ່າສິ່ງທີ່ຕິດເບັດມານັ້ນແມ່ນກ້ອງຖ່າຍຮູບ!!
ກ້ອງຢູ່ໃນສະພາບທີ່ເສຍຫາຍ ບໍ່ສາມາດນຳກັບມາໃຊ້ໄດ້ ແຕ່ລາວກໍ່ເອົາມັນກັບບ້ານນຳ ຈາກນັ້ນລາວກໍ່ລອງເອົາແມມໂມລີ້ກາດຢູ່ກ້ອງມາເປີດເບິ່ງ
ລາວບໍ່ຄິດບໍ່ຝັນເລີຍວ່າມັນຫຍັງສາມາດໃຊ້ໄດ້ ໃນເເມມໂມລີ້ກາດມີຮູບພາບຫຼາຍກວ່າ 1700ຮູບ ແລະຮູບສຸດທ້ານແມ່ນໄດ້ຖືກຖ່າຍໃນວັນທີ 10 ພຶດສະພາ 2016 ບໍລິເວນທະເລສາບທີ່ພົບເຫັນກ້ອງ Shelly ຕັດສິນໃຈໂພດຮູບລົງໂຊຊ້ຽນມິເດຍ ເພື່ອນຳຫາເຈົ້າຂອງກ້ອງໜ່ວຍນີ້
ແລະກໍ່ໂຊກດີ ເນື່ອງຈາກປັດຈຸບັນໂຊຊ້ຽນມິເດຍໄດ້ພັດທະນາໄປກ້າວໄກ ພຽງບໍ່ດົນກໍ່ສາມາດຫາເຈົ້າຂອງກ້ອງໜ່ວຍນີ້ໄດ້ ເຊິ່ງມີຄວາມລັບທີ່ເຈົ້າຂອງກ້ອງຕ້ອງການນຳມາເອົາຄວາມຜິດຄົນທີ່ທຳຣ້າຍຣ່າງກາຍລາວ
David ເຈົ້າຂອງກ້ອງເຮົດວຽກດ້ານຊ່າງພາບຂ່າວ ໃນເດືອນພຶດສະພາທີ່ຜ່ານມາລາວໄດ້ໄປຖ່າຍຮູບພາບບໍລິເວນທະເລສາບ ແລະກໍ່ໄດ້ມີສາວໜຶ່ງບອກໃຫ້ລາວລຶບຮູບພາບ David ບໍ່ໄດ້ເຮັດຕາມທີ່ແມ່ຍິງຄົນນັ້ນຂໍ ຈຶ່ງຖືກແມ່ຍິງແລະຊາຍອີກ 2 ຄົນທຳຮ້າຍ ຈາກນັ້ນກໍ່ໂຍນກ້ອງລົງທະເລ
David ຖືກທຳຮ້າຍບາດເຈັບ ແຕ່ເນື່ອງຈາກເຂົາບໍ່ມີຫຼັກຖານພຽງພໍໃນການເອົາຜິດກຸ່ມຄົນພວກນັ້ນ ຈຶ່ງບໍ່ໄດ້ມີການແຈ້ງຄວາມ ແຕ່ວ່າໂຊກດີທີ່ Shelly ເອົາກ້ອງຂອງລາວກັບມາ ແລະຍັງນຳຫາເຈົ້າຂອງກັບມາຮັບຄືນ David ໄດ້ເຂົ້າແຈ້ງຄວາມເພື່ອເອົາຜິດ ບໍ່ດົນຄົນທີ່ທຳຮ້າຍລາວກໍ່ຖືກຕຳຫຼວດຈັບ ແລະຖືກລົງໂທດຕາມກົດໝາຍ ເລທ່ອງນີ້ຈຶ່ງຈົບລົງດ້ວຍຄວາມຢຸດຕິທຳ
ຄົນທີ່ທຳຮ້າຍ David ຄືສິຄິດວ່າລາວຈະເອົາກ້ອງກັບຄືນມາໄດ້ ຄົນທີ່ເຮັດຄວາມຜິດ ມື້ໜຶ່ງກໍ່ຕ້ອງໄດ້ກັບມາຮັບໂທດຄືເກົ່າ ທ່ານວ່າແມ່ນບໍ່???
ຂໍຂອບໃຈທີ່ຕິດຕາມຂ່າວສານຂອງພວກເຮົາ
-----------------------------------ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment