ງົດງາມຫຼາຍ!! ມັງກອນເງິນທີ່ກຽມໄວ້ມອບໃຫ້ ອ້າຍຕູນ ທີ່ແຂວງນີ້ ມາເບິ່ງວ່າຟີມືໃຜ ອະລັງການສຸດໆ!!



ເປັນອີກໜຶ່ງເລື່ອງດີໆທີ່ເກີດຂຶ້ນໃນໂຄງການ ກ້າວຄົນລະກ້າວ ເພື່ອ 11 ໂຮງໝໍທົ່ວປະເທດໄທຂອງນັກຮ້ອງໜຸ່ມມາດເຊີຫົວໃຈແກຣ່ງຂອງ ຕູນ ບໍດີ້ສະແລມ ລ່າສຸດ ປະທານຊົມຮົມແມ່ບ້ານທະຫານບົກ ໄດ້ຮ່ວມມືກັບຊາວບ້ານໃນເຂດພື້ນທີ່ນຳເງິນບໍລິຈາກມາເຮັດເປັນຮູບມັງກອນ ເຊິ່ງເປັນສັນຍາລັກຂອງແຂວງນະຄອນສະຫວັນກັນເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຈະເອົາມັງກອນເງິນດັ່ງກ່າວໄປສົ່ງມອບໃຫ້ ອ້າຍຕູນ ໃນວັນທີ 12 ທັນວາ ບໍລິເວນໜ້າຄ້າຍຈິຣະປະວັດທີ່ອ້າຍຕູນຈະແລ່ນຜ່ານ ສຸດຍອດເລີຍ





ຈັ່ງໃດກະຂໍເປັນກຳລັງໃຈໃຫ້ເດີ້ອ້າຍ ສູ້ໆເດີ້


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments