ເວຍ ຮ່ວມສະແດງເອັມວີເພງ "ສາຍລົມເຢັນ" ຜົນງານຂອງນາງເອກ ເພງຮັກຮິມຝັ່ງຂອງ "ອາເລັກຊານດຣາ"


ການໂຄຈອນມາພົບກັນຂອງຂວັນໃຈສອງຝັ່ງຂອງ ອາເລັກຊານດຣາ ທິດາວັນ ບຸນຊ່ວຍ ແລະ ເວຍ ສຸກົນລະວັດ ຄະນາຣົດ ດາລານັກສະແດງຊື່ດັງຂອງໄທ ຫຼັງຈາກທີ່ບໍ່ໄດ້ພົບກັນດົນເຖິງ 10 ປີ ຫຼັງຮ່ວມສະແດງລະຄອນນຳກັນໃນ ເພງຮັກຮິມຝັ່ງຂອງ ເບິ່ງຄືວ່າຈະມີຄວາມພິເສດຫຼາຍຢ່າງທີ່ນຳມາເສີບໃຫ້ບັນດາແຟນໆໄດ້ເບິ່ງກັນ ໂດຍສະເພາະບົດເພງ ສາຍລົມເຢັນ ເຊິ່ງຂັບຮ້ອງໂດຍສາວ ອາເລັກຊານດຣາ ທີ່ໄດ້ຖືນຳມາເຮັດເປັນມິວສິກວິດີໂອ ກຳກັບໂດຍ ເວຍ ເອງ.



ສາຍລົມເຢັນ ເປັນບົດເພງໃນອາລະບໍ້າພິເສດປີ 2017 ຂອງອາເລັກຊານດຣາ ເຊິ່ງເນື້ອຮ້ອງແມ່ນແຕ່ງໂດຍ ບຸນທະມາລີ ບຸນຊ່ວຍ ປູ່ຂອງສາວຊານດຣາ ຕົ້ນສະບັບຮ້ອງໂດຍ ວິໄລວັນ ບຸນນະຜົນ ນັກຮ້ອງຍິງທີ່ຂັບຮ້ອງເພງອະມະຕະຂອງລາວຫຼາຍບົດເພງຝາກໃຫ້ຄົນຮຸ່ນຫຼັງໄດ້ຮັບຟັງກັນ. ເບິ່ງເອັມວີທີ່ອາເລັກຊານດຣາສະແດງຮ່ວມກັບເວຍໄດ້ທີ່ນີ້.


ການສະແດງເອັມວີຮ່ວມກັນໃນຄັ້ງນີ້ນັ້ນ ເນື່ອງຈາກສາວອາເລັກຊານດຣາໄດ້ໄປຮ່ວມເປັນແຂກຮັບເຊີນພິເສດໃນລາຍການທ່ອງທ່ຽວ Super Weir ທີ່ມີ ເວຍ ສຸກົນລະວັດ ເປັນຜູ້ດຳເນີນລາຍການ ອອກອາກາດເມື່ອວັນຈັນທີ 11 ທັນວາ 2017 ໂດຍໄດ້ພາຜູ້ຊົມໄປທ່ຽວຊົມວິຖີຊີວິດຂອງຊາວນະຄອນພະນົມ ເມືອງແຫ່ງພະທາດທີ່ເປັນສູນລວມຈິດໃຈຂອງຄົນທັງສອງຝັ່ງຂອງ.







ຂອບໃຈ
ຂໍ້ມູນຈາກ:​ ມ່ວນ

 -----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments