ສິ່ງມີຄ່າທີ່ເປັນຊັບສົມບັດຂອງວັດກາງ ເມືອງວຽງຈັນທນ໌ (ຮູບພາບ)
ວັດກາງ ເປັນວັດຫລວງ ເປັນວັດໃຈກາງເມືອງວຽງຈັນທນ໌ ເປັນວັດຂອງພຣະສັງຄະຣາຊ ໃນຣັຊໄຫມຂອງເຈົ້າສຸຣິຍະວົງສ າ ທັມມິກກະຣາຊ ເຊິ່ງເປັນວັດໃຫຍ່ ທີ່ຈະເຣິນຮຸ່ງເຮືອງ ໃນສະໄຫມນັ້ນ ມີບັນດາພຣະສົງ ເຂົ້າມາຮຳ່ຮຽນ ທາງພຸທທະສາສະໜາ ຈາກ ຊຽງຮຸ່ງ ລ້ານນາ ອະຍຸດທະຍາ ຂະເໜນ ... ເປັນຍຸກທີ່ພຣະພຸທທະສາສະໜາໃນ ລ້ານຊ້າງ ຈະເຣິນຮຸ່ງເຮືອງທີ່ສຸດ ພຣະພຸທທະສາສະໜາຈະເຣິນຮຸ່ງເຮ ືອງຫລາຍໃນໄລຍະນີ້ ວິທະຍາການຕ່າງໆ ກໍ່ເກີດຂຶ້ນໃນສະໄຫມນີ້ ວັດກາງ ຈຶ່ງເປັນວັດທີ່ເປັນສູນກາງຂອ ງພຣະພຸທທະສາສະໜາໃນດິນແດນລ້າ ນຊ້າງ ຫລືວ່າເປັນສູນກາງຂອງສຸວັນນະ ພູມ ກໍ່ວ່າໄດ້ ໃນໄລຍະນັ້ນ.
ວັດແຫ່ງນີ້ຖືກທຳລາຍຈາກສົງຄາມສະຫຍາມ ຈົນກາຍເປັນວັດຮ້າງ ເມື່ອຝຣັ່ງເສດ ເຂົ້າມາປົກຄອງລາວເມື່ອປີ ຄສ 1893 ວັດແຫ່ງນີ້ກໍ່ຍັງພໍເຫັນຊາກຫັກພັງຢູ່ເຊັ່ນ : ສິມ ແລະຖືກບັນທຶກຮູບໄວ້ ໃນປີ ຄສ 1905 ຈາກທີ່ເປັນວັດຮ້າງດັ່ງກ່າວ ຝຣັ່ງເສດຈຶ່ງໄດ້ມີການດຳເນີນການມ້າງເພື່ອສ້າງເປັນ ອະນຸສອນສະຖານຂອງຜູ້ປົກຄອງລາວໃນສະໄຫມນັ້ນ ກໍ່ຄື ໂອກຸດຕ໌ ປາວີ ( Auguste Pavie )
ຈາກນັ້ນເມື່ອລາວເຮົາ ໄດ້ຮັບເອກະຣາຊຈາກຝຣັ່ງເສດແລ້ວ ຈຶ່ງມີການທັບມ້າງອະນຸສອນສະຖານ ໂອກຸດຕ໌ ປາວີ ( Auguste Pavie ) ອອກ ຈາກນັ້ນ ຫລາຍປີ ຕໍ່ມາ ຈຶ່ງໄດ້ມີການກໍ່ສ້າງສະຖານທີ່ດັ່ງກ່າວ ໃຫ້ເປັນໂຮງແຮມອັນດັບຫນຶ່ງຂອງລາວໃນຍຸກນັ້ນ ກໍ່ຄື ໂຮງແຮມລ້ານຊ້າງ ສ່ວນສະຖານທີ່ຫໍພຣະໄຕປິກດົກ ຕຳລາ ຄຳພີຕ່າງໆ ຂອງວັດກາງນັ້ນ ກໍ່ແມ່ນຫໍສະໝຸດແຫ່ງຊາດ ຫນ້ານຳ້ພຸ ປະຈຸບັນນີ້ກໍ່ມີການຂາຍຫໍສະໝຸດດັ່ງກ່າວແລ້ວ ຍັງບໍ່ຮູ້ວ່າຈະນຳຕຶກແລະດິນຕອນນີ້ໄປເຮັດຫຍັງ ? ແຕ່ດິນຕອນນີ້ ສະໄຫມກ່ອນ ກໍ່ແມ່ນສະຖານທີີ ທີ່ເປັນຄັງປັນຍາຂອງເມືອງລ້ານຊ້າງ ໃນສະໄຫມສຸຣິຍະວົງສາ ທັມມິກກະຣາຊ ນັ້ນກໍ່ຄືກໍພຣະໄຕປິກດົກ ຂອງວັດກາງນັ້ນເອງ.
ໃນບົດຄວາມນີ້ ເພຈ : Art and Culture of Laos ໄດ້ພະຍາຍາມຮີບໂຮມ ຮູບພາບ ວັດຖຸພັນຕ່າງໆ ຂອງວັດກາງ ທີ່ມີໃຫ້ເຫັນແລະມີຮູບພາບຢູ່ ເພື່ອສ້າງໄວ້ເປັນຫລັກຖານ ໃຫ້ລູກຫລານລາວໃນປະຈຸບັນນີ້ ແລະພາຍຫນ້າໄດ້ຮູ້ປະຫວັດຄວາມເປັນມາ ຂອງສິ່ງຕ່າງໆ ທີ່ມີຢູ່ຄື :
1. ຮູບສີ ແມ່ນພຣະພຸທທະຮູບ 3 ອົງ ນີ້ເຄີຍປະດິດສະຖານຢູ່ທີວັດກາງ ຫລັງຈາກເປັນວັດຮ້າງແລ້ວ ເພິ່ນກໍ່ໄດ້ນຳເອົາພຣະທັງ 3 ອົງນີ້ໄດ້ເກັບໄວ້ວັດສີສະເກດ ຈາກນັ້ນ ເມື່ອມີການສ້າງວັດທົ່ງຕູມ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຂຶ້ນ ທາງເຈົ້າອາວາດໃນສະໄຫນນັ້ນ ຈຶ່ງຂໍອະຣາດທະນານິມົນ ຈາກວັດສີສະເກດ ໃສ່ກວຽນ ນຳມາເປັນພຣະປະທານໄວ້ທີ່ວັດທົ່ງຕູມ ຈົ່ງຮອດທຸກມື້ນີ້ .
2. ຮູບຂາວດຳ ແມ່ນຮູບທີ່ຖືກບັນທຶກໄວ້ ໂດຍນັກບູຮານຄະດີ ແຫ່ງສຳນັກຝຣັ່ງເສດ ແຫ່ງປາຍບູຣະພາທິດ (EFEO) ໃນສະໄຫມຝຣັ່ງເສດເຂົ້າມາບູຣະນະວຽງຈັນທນ໌ໃຫມ່ໆນັ້ນ ຈະເຫັນຮ່ອງຮອຍຂອງສິມ ເສົາ ອູບມຸງ ແລະອູບ ທີ່ບັນຈຸພຣະບໍຣົມສາຣິຣິກະທາຕຸ ຫລື ພຣະທາຕຸຕ່າງໆ ເຊິ່ງປະຈຸບັນນີ້ ວັດຖຸພັນ ເຫລົ່ານີ້ບໍ່ຮູ້ວ່າ ຢູ່ບ່ອນໃດ ໄປຢູ່ໃສແລ້ວ ມີແຕ່ຮູບໃຫ້ເຫັນດັ່ງທີ່ເອົາລົງນີ້ເທົ່ານັ້ນ
( ດັ່ງນັ້ນ ໃຜມີຂໍ້ມູນເພິ່ມຕື່ມ ຂອງວັດກາງ ກໍ່ຊ່ວຍກະລຸນາບອກກ່າວດ້ວຍ ຈະໄດ້ບັນທຶກໄວ້ເປັນຂໍ້ມູນເພິ່ມອີກ )
ຂໍຂອບໃຈແຫຼ່ງຂ່າວ: Art and Culture Laos
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




















Comments
Post a Comment