ພິທີເຊັນສັນຍາການຮ່ວມມື ລະຫວ່າງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ແລະ ວິທະຍາໄລ ເຕັກນິກປາກປາສັກ
ບາດກ້າວໃຫມ່! ໃນການພັດທະນາບຸກຄະລາກອນຂອງບ້ານເຮົາ ເມື່ອໂຮງແຮມຊື່ດັ່ງ ຄຣາວ ພລາຊ່າ ວຽງຈັນ ເຊັນສັນຍາກັບ ວິທະຍາໄລ ເຕັກນິກປາກປາສັກ ໃນວັນທີ່ 21 ທັນວາ ທີ່ຜ່ານມາ.
ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ນໍາໂດຍ ທ່ານ ໂອລິເວີ ຮອນ ຜູ້ຈັດການທົ່ວໄປຂອງ ໂຮງແຮມ ຮ່ວມກັບ ທ່ານ ສາຍຄໍາ ພັນທະວົງ ຜູ້ອໍານວຍການ ວິທະຍາໄລ ເຕັກນິກປາກປາສັກ ໄດ້ລົງນາມເຊັນສັນຍາຮ່ວມມືທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ແບບຍືນຍົງ (ພາຍໃຕ້ໂຄງການ IHG Academy) ໂດຍມີ ທ່ານ ສົມລິດ ວິຣິວົງ ຮອງຫົວ ຫນ້າກົມອະຊີວະສຶກສາ, ຄູ, ນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພະຍານ.
ການຮ່ວມມືຄັ້ງນີ້ ເນັ້ນໃສ່ການສົ່ງເສີມ ແລະ ສະຫນັບສະຫນູນໃຫ້ເກີດຄວາມຮູ້ ແລະ ພັດທະນາອາຊີບ ເຊິ່ງໂຄງການນີ້ ເປັນຫນຶ່ງໃນໂຄງການຕອບແທນສັງຄົມຂອງກຸ່ມໂຮງແຮມໃນເຄືອ InterContinental Hotel Group.
IHG Academy ຈະຈັດຝຶກອົບຮົມທາງດ້ານມາດຕະຖານການບໍລິການ, ໃຫ້ໂອກາດໃນການຝຶກງານທີ່ເປັນປະໂຫຍດແກ່ນັກຮຽນ. ເມື່ອຈົບການສຶກສາ ນັກສຶກສາຈະສາມາດໃຊ້ທັກສະທີ່ໄດ້ຮຽນຮູ້ ແລະ ນໍາໄປປະຕິບັດໃຊ້ເພື່ອໃຫ້ບໍລິການລະດັບໂລກທີ່ໂຮງແຮມໃນ IHG.
ນອກຈາກນີ້ ທາງໂຮງແຮມຍັງມີແຜນທີ່ຈະເຊັນສັນຍາກັບໂຮງຮຽນ ແລະ ວິທະຍາໄລຕ່າງໆໃນຕໍ່ຫນ້າ.
ທີ່ມາ: 108magazine
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


















Comments
Post a Comment