ຈັບໂຕອໍແກໄນເຊີທີ່ຮັບຈັດງານແຕ່ງ 'ແອັບເປິ້ນ ສີສະຫງຽນ' ຫຼັງໂກງເງິນງານແຕ່ງຫລາຍຮ້ອຍລ້ານ
ຕຳຫລວດໄດ້ເຂົ້າຈັບກຸມໂຕເຈົ້າຂອງບໍລິສັດທີ່ຮັບຈັດງານແຕ່ງໃຫ້ ແອັບເປີ້ນ ສີສະຫງຽນ ແລະ ຟຸກ ຈິຣະ ດ່ານບະວອນກຽດ ທີ່ນະຄອນຫລວງວຽງຈັນແລ້ວ ຫຼັງຈາກທີ່ພົບວ່າຕັ້ງໃຈໂກງເງິນງານແຕ່ງດອງຂອງທັງສອງ ຈົນເຮັດໃຫ້ງານແຕ່ງເກືອບຫລົ້ມ.
ເປັນກະແສທີ່ສັງຄົມໃຫ້ຄວາມສົນໃຈຢູ່ບໍ່ໜ້ອຍ ກັບກໍລະນີຂອງງານແຕ່ງ ຟຸກ ຈິຣະ ແລະ ແອັບເປິ້ນສີສະຫງຽນ ທີ່ໄດ້ອອກມາຊີ້ແຈງເຖິງປະເດັນທີ່ຖືກທີມງານທີ່ສະເໜີມາຮັບຈັດງານແຕ່ງຂອງທັງຄູ່ທີ່ປະເທດລາວ ເມື່ອວັນທີ 8 ພະຈິກທີ່ຜ່ານມາ ແຕ່ກັບຖືກຕົ້ມເງິນໄປຫລາຍແສນບາດ ເຊິ່ງທັງສອງກໍໄດ້ບອກວ່າ ພວກຕົນໄດ້ຊຳລະເງິນດັ່ງກ່າວໄປລ່ວງໜ້າກ່ອນມື້ງານເປັນທີ່ຮຽບຮ້ອຍ ແຕ່ງານຊໍ້າພັດບໍ່ເປັນດັ່ງທີ່ຄິດ ເມື່ອທາງອໍແກໄນເຊີບໍ່ໄດ້ຈັດກຽມຫຍັງໃຫ້ເປັນທີ່ຮຽບຮ້ອຍ ຈົນເຮັດໃຫ້ທັງສອງຕ້ອງໄດ້ໃຫ້ທີມໃໝ່ມາຈັດງານດັ່ງກ່າວພາຍໃນເວລາພຽງແຕ່ບໍ່ເທົ່າໃດຊົ່ວໂມງກ່ອນງານຈະເລີ່ມ.
ແອັບເປິ້ນເອງກໍໄດ້ບອກວ່າທີມງານທີ່ມາສະເໜີຈັດງານໃຫ້ນັ້ນເປັນໝູ່ກັນມາຕັ້ງແຕ່ຍັງນ້ອຍ ຕົນຈຶ່ງເຊື່ອໃຈ ແລະໃຫ້ເງິນມັດຈໍາໄປເປັນຈໍານວນຫລາຍ ແລະ ດ້ວຍຄວາມທີ່ເຂົາເປັນຄົນທີ່ມີຄວາມຕັ້ງໃຈທີ່ຢາກຈະເຮັດວຽກນີ້ຫລາຍ ແລະທັງ ສອງກໍໄດ້ເປີດເຜີຍວ່າໄດ້ຈ່າຍໄປແລ້ວ 3 ງວດ ຕົກເປັນເງິນປະມານ 8 ແສນກວ່າບາດ (200 ກວ່າລ້ານ) ແຕ່ທາງທີມງານບໍ່ໄດ້ເອົາເງິນນັ້ນໄປຈ່າຍຫຍັງຕາມທີ່ຕົກລົງໄວ້ເລີຍ ແລະໃນງານກໍບໍ່ມີຄວາມພຽບພ້ອມຫຍັງເລີຍ.
ຫລັງຈາກນັ້ນທັງສອງກໍໄດ້ມີການໄກ່ເກ່ຍກັນ ເພາະຫຼັງຈາກວັນທີ 8 ພະຈິກ ກໍບໍ່ສາມາດຕິດຕໍ່ເຂົາໄດ້ ຈົນເຮັດໃຫ້ທັງສອງຕ້ອງອອກມາໄລຟ໌ເພື່ອຊື້ແຈງກັບເຫດການດັ່ງກ່າວ ເຊິ່ງຫລັງຈາກທີ່ໄລຟ໌ໄປກໍຕິດຕໍ່ໄດ້ທັນທີເລີຍ ແລ້ວທາງທີມອໍແກໄນເຊີກໍຍອມຮັບຜິດ ແລະຂໍເລື່ອນຈ່າຍໄປເລື້ອຍໆ ແຕ່ກໍບໍ່ມີທ່າທີວ່າຈະໄດ້ເງິນຄືນ ທັງແອັບເປິ້ນ ແລະ ຟຸກ ກໍເລີຍຕັດສິນໃຈຕ້ອງດຳເນີນຄະດີ ກໍຈັບຄຸມໂຕໄວ້ກ່ອນ ຕອນນີ້ກໍຍັງຢູ່ໃນຄວາມເບິ່ງແຍງຂອງຕຳຫລວດທີ່ປະເທດລາວເປັນຄົນຈັດການ.
ຂອບໃຈ
ຂໍມູນຈາກ : ມ່ວນ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.











Comments
Post a Comment