ບໍລິສັດ ພອນສັກ ໄດ້ຮັບອະນຸຍາດຂຸດຄົ້ນບໍຄຳ ແລະ ປຸງແຕ່ງແຮ່ຄຳ ທີ່ເມືອງຄຳເກີດແລ້ວ
ລັດຖະບານ ແຫ່ງ ສປປ ລາວ ອະນຸຍາດໃຫ້ກຸ່ມບໍລິສັດ ພອນສັກ ຈຳກັດ ແລະ ບໍລິສັດ ບໍ່ຄຳ ຄຳເກີດ-ແສນອຸດົມຈຳກັດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳໃນເນື້ອທີ່ 53 ຕາກິໂລແມັດ ແລະ ເນື້ອທີ່ສຳປະທານຊອກຄົ້ນ-ສຳຫຼວດ ຈຳນວນ 1.749 ຕາກິໂລແມັດ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍມີໄລຍະສຳປະທານ 50 ປີ.
ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ລັດຖະບານຈະໄດ້ຮັບຜົນປະໂຫຍດຫຼາຍດ້ານ ໂດຍສະເພາະ ລາຍຮັບດ້ານພາສີ-ອາກອນ ຄ່າຊັບພະຍາກອນ ຄ່າສຳປະທານເນື້ອທີ່ດິນ ນອກນີ້ຍັງຈະໄດ້ຮັບທຶນພັດທະນາດ້ານຕ່າງໆຕື່ມອີກ.
ພິທີລົງນາມສັນຍາສຳປະທານໂຄງການດັ່ງກ່າວ ໄດ້ຈັດຂຶ້ນວັນທີ 7 ທັນວາ 2017 ຜ່ານມາ ຢູ່ກະຊວງແຜນການ ແລະ ການລົງທຶນ ເຊິ່ງຕາງໜ້າໃຫ້ລັດຖະບານລົງນາມ ໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກ ຈຳກັດ ທັງເປັນປະທານບໍລິສັດ ບໍ່ຄຳ ຄຳເກີດ-ແສນອຸດົມ ຈຳກັດ ໂດຍມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີພ້ອມດ້ວຍບັນດາລັດຖະມົນຕີ ແຂກຖືກເຊີນທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment