ແຊຣ໌ໄວ້ເຮັດກິນກັນເລີຍ!!! ວິທີເຮັດ "ສັງຂະຍາໝາກອື" (ມີຄລິບ)
ສ່ວນປະສົມ:
ໝາກອຶຂະໜາດ 1ກິໂລກຣັມ
ໄຂ່ເປັດ 3ໜ່ວຍ
ໄຂ່ໄກ່ 3ໜ່ວຍ
ໜຳ້ຕານປິດ (ແລ້ວແຕ່ຄວາມມັກ) 600ກຣັມ
ເກືອ 1/2ບ່ວງໂຕ໊ະ
ນຳ້ກະທິ 250ມິລີລິດ (ml)
ໃບເຕີຍ 4-5ໃບ
ແປ້ງເຂົ້າຈ້າວ 1ບ່ວງໂຕ໊ະ
ວິທີເຮັດ:
ເອົາໝາກອຶມາຕັດເປັນສີ່ລ່ຽມບໍລິເວນເທິງຫົວ ແລ້ວຄວັກເອົາແກ່ນທາງໃນອອກໃຫ້ໝົດແລ້ວແຊ່ນຳ້ປູນໃສ 5-10ນາທີ ແລ້ວເອົາໄປຕາກລົມໃຫ້ແຫ້ງ ຫຼັງຈາກນັ້ນເອົາສ່ວນປະສົມທັງໝົດເທໃສ່ຊາມທີ່ຕຽມໄວ້ ແລ້ວໃຊ້ມືບີບໆຄົນໆໃຫ້ມັນເປັນເນື້ອດຽວກັນ ຈາກນັ້ນຕອງດ້ວຍຜ້າຂາວ ຫຼືຕະເກງຖີ່ໆ ເພື່ອໃຫ້ເນື້ອສົງຂະຍານຽບງາມ ເທເນື້ອສັງຂະຍາລົງໃນໝາກອຶທີ່ຕຽມໄວ້ ແລ້ວເອົາໄປໜຶ້ງປະມານ 45ນາທີ-1ຊົ່ວໂມງ ຫຼືຈົນກວ່າໝາອຶຈະສຸກ
ວິດີໂອ
ຂໍຂອບໃຈທີ່ຕິດຕາມຮັບຊົມກັນເດີ້
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment