ສາວ ອິນເດຍ ເກີດລູກອອກເປັນເງືອກບໍ່ຮູ້ເພດ



ມື້ວັນທີ່ 8 ທັນວາ ເວັບ ເດລີ່ເມວ ຂອງອັງກິດລາຍງານວ່າ ມີແມ່ຊາວ ອິນເດຍ ໃຫ້ກຳເນີດທາລົກອອກມາເປັນລັກສະນະຄືກັບເງືອກ ແຕ່ເກີດມາມືມຕາເບິ່ງໂລກ 4 ຊົ່ວໂມງເທົ່ານັ້ນກ່ອນຈະເສຍຊີວິດ.



ນາງ ມຸກສະກຸລາ ບີບີ ອາຍຸ 23 ປີ ເກີດລູກໂດຍທຳມະຊາດ ທີ່ໂຮງໝໍ້ ຈິດລະຈັນ ເທວາ ສະທັນ ໃນນະຄອນໂກກາຕາ ລັດເບັງກໍຕະເວັນຕົກ ປະເທດ ອິນເດຍ ທາລົກເກີດມາມີ ຂາຕິດກັນເປັນອັນດຽວເຮັດໃຫ້ແພດບໍ່ສາມາດລະບຸເພດໄດ້ ເນື່ອງຈາກກະດູກບໍ່ພັດທະນາການ

ດຣ.ສຸທິບ ຊາ ກຸມາ ແພດທີ່ໂຮງໝໍ້ແຫ່ງນີ້ ເວົ້າວ່າ ພໍ່ແມ່ຂອງລູກມີອາຊີບແຮງງານ ນາງ ບີບີ ເອງບໍ່ມີເງີນຈ່າຍຄ່າສະແກນອັນຕາຊາວ ລະຫວ່າງຖືພາໄດ້ ກ່ອນຈະຮູ້ວ່າລູກຈົວເອງຜິດປົກກະຕິ ຕອນເກີດອອກມາແລ້ວ

ດຣ. ສຸທິບ ເວົ້າຕໍ່ວ່າ ບໍ່ເຄີຍເຫັນແບບນີ້ມາກ່ອນນັບວ່າເປັນເງືອກລາຍທຳອິດໃນໂຮງໝໍ້ໂກກາຕາແລະລາຍທີ່ໃນປະເທດອິນເດຍ ທາລົກມີພັດທະນະການປົກກະຕິໃນຮ່າງກາຍຊ່ວງເທີ່ງ ແຕ່ຊ່ວງລູ້ນຕໍ່າກ່ອນແອວບໍ່ມີການພັດທະນາການຢ່າງສົມບູນ ຂາຕິດກັນເປັນອັນດຽວ

"ແມ່ຂາດສານອາຫານທີ່ເໝາະສົມແລະເລືອດໄຫລວຽນໄປບໍ່ດີເຮັດໃຫ້ລູກມີໃນທ້ອງຜິດປົກກະຕິ ແລະລູກບໍ່ມີຊີວິດຢູ່ຕໍ່ໄປ"

ອາການທາລົກເງືອກມີຊື່ເອີ່ນໃນທາງການແພດວ່າ Sirenomelia ຫຼື Mermaid syndrome ຊື່ງຈະເຫັນ 1 ຄົນຕໍ່ 60,000 ເຖິ່ງ 100,000 ເທື່ອ

ເມື່ອປີ 2016 ຍິງສາວຄົນໜື່ງໃນລັດອຸຕະລາຂອງປະເທດ ທາງຕອນເໜືອຂອງອິນເດຍ ໃຫ້ກຳເນີດທາລົກເງືອກເປັນຄົນທຳອິດໃນປະເທດ ແຕ່ມີຊີວິດຢູ່ໃນໂລກແຕ່ 10 ນາທີ



ດຣ. ລິນຊີ ັິນແຮລິດ ໃນມະຫາວິທະຍາໄລອອກຟອດ ອະທິບາຍວ່າ ອາການເງືອກຈະເກີດຂື້ນເມື່ອສາຍສະບືບໍ່ສາມາດສ້າງຫລອດເລືອດແດງ 2 ຫລອດໄດ້ ເຊິ່ງໃຫ້ປະລິມານເລືອດໄປລ້ຽງທາລົກໃນທ້ອງບໍ່ພຽງພໍ

"ທາລົກເງືອກເປັນອາການທີ່ມີຄວາມຮ້າຍແຮງຫຼາຍ ແລະທີ່ຜ່ານມາບໍ່ມບັນທືກການຫລອດຊີວິດເລີຍ ສ່ວນໃຫຍ່ເສຍຊືວິດພາຍໃນບໍ່ກີ່ມື້ຫຼັງເກີດອອກມາເນື່ອງຈາກໝາກໄຂຫຼັງແລະກາເພາະປັດສະວະລົມເລວ"
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments