ປະເທດດຽວໃນໂລກ...?? ທີ່ແມ່ຍິງແຕ່ງໂຕໂປ້!! ໃຫ້ຈັບຂົ່ມຂືນໄດ້ເລີຍຖືວ່າເປັນພາລະກິດຮັກຊາຍບໍ່ຜິດກົດໝາຍ (ມີຄລິບ)



ເວັບໄຊຂອງອີຢິບໄດ້ລາຍງານກະແສການວິພາກວິຈານ ທ່ານນາບີ ອັດ-ວາດຊາດ ນັກກົດໝາຍຝ່າຍອະນຸລັກນິຍົມຂອງອີຢິບຢ່າງກວ້າງຂວາງແລະອື້ອຶງໄປທົ່ວປະເທດ ກໍລະນີທ່ານໄປກ່າວໃນລາຍການດີເບດທາງໂທລະພາບກ່ຽວກັບກົດໝາຍປາບປາມການຄ້າປະເພນີ ວ່າ ແມ່ນຍິງທີ່ໃສ່ໂສ້ງຢີນແຟຣສັນແບບຂາດໆ ລວມໄປຮອດເສືອຜ້າທີ່ໂປ້ ຄວນຖືກລ່ວງລະເມີດທາງເພດ ແລະໃຫ້ຖືວ່າການຂົ່ມຂືນແມ່ຍິງປະເພດນີ້ເປັນພາລະກິດຂອງຜູ້ຮັກຊາດ



ຫຼັງຖືກປະນາມຈາກທົ່ວທຸກສາລະທິດ ທ່ານວາດຊາດ ກໍ່ໄດແກ້ຕ່າງວ່າບໍ່ໄດ້ມີເຈດຕະນາສົ່ງເສີມໃຫ້ຂົ່ມຂືນແມ່ຍິງ ແຕ່ຖ້າຫາກແມ່ຍິງຕ້ອງການໃຫ້ຄົນເຄົາລົບໂຕເອງກ່ອນດ້ວຍການບໍ່ແຕ່ງກາຍສຸ່ມສ່ຽງ



ທ່ານ ມາຍາ ມຣູຊີ ຜູ້ອຳນວຍການສະພາເພື່ອແມ່ຍິງແຫ່ງຊາດ ກ່າວວ່າ ທ່ານ ວາດຊາດ ລະເມີດລັດຖະທຳມະນູນດ້ວຍການແນະນຳໃຫ້ຜູ້ອື່ນກໍ່ອາຊະຍາກຳທີ່ເປັນຕາໜ່າຍຕໍ່ແມ່ຍິງ ລາວຜິດຫວັງຫຼາຍທີ່ຄຳເວົ້ານີ້ມາຈາກທະນາຍຄວາມເຊິ່ງມີໜ້າທີ່ປົກປ້ອງສິດທິແລະເສລີພາບຂັ້ນພື້ນຖານຂອງມະນຸດ



ຮັບຊົມຄລິບ





ຂໍຂອບໃຈແຫຼ່ງຂໍ້ມູນ: Syamkhao
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments