ເລັກຊານດຣາ ບຸນຊ່ວຍ ໂຊພະລັງສຽງຮ້ອງເພງລາວ ໃນລາຍການ ໄມທອງຄໍາ ໝໍລໍາຝັງເພັດ (ມີວີດີໂອ)

ນັກສາວຮ້ອງສາວສຽງດີ ອາເລັກຊານດຣາ ບຸນຊ່ວຍ ໄດ້ໄປຮ່ວມສ້າງສີສັນໃນລາຍການປະກວດຮ້ອງເພງໝໍລໍາຂອງປະເທດໄທ ໄມທອງຄໍາ ໝໍລໍາຝັງເພັດ ທີ່ໄດ້ອອກອາກາດທາງຊ່ອງ Workpoint 23 ໃນວັນເສົາ ທີ 2 ທັນວາ ທີ່ຜ່ານມາ. ໂດຍການໄປຮ່ວຍລາຍການຂອງຊານດຣາເທື່ອນີ້ກໍໄດ້ສ້າງຄວາມແປກໃຈໃຫ້ກັບຄະນະກໍາມະການທັງສາມຫລາຍທີ່ໄດ້ເຫັນນັກຮ້ອງສາວສຽງດີຈາກປະເທດລາວເຂົ້າຮ່ວມໃນລາຍການນີ້.
ເຊິ່ງຊານດຣາກໍໄດ້ໂຊສີມືການສີໄວໂອລີນເຄື່ອງດົນຕີທີ່ຕົນເອງຖະໜັດທີ່ສຸດລວມທັງຍັງຮ້ອງເພງລາວອໍາມະຕະ ກຸຫລາບປາກເຊ ເປັນເພງຂອງອາຈານ ບຸນທໍາມາລີ ບຸນຊ່ວຍ ເຊິ່ງເປັນເພງທີ່ປູ່ແທ້ໆຂອງສາວອາເລັກຊານດຣາເປັນຄົນແຕ່ງ ເຊິ່ງກໍໄດ້ຮັບສຽງຕອບຮັບດີຫລາຍ ເປັນທີ່ຖືກໃຈກໍາມະການທັງສາມຫລາຍໆ ນອກນັ້ນຊານດຣາກໍຍັງໄດ້ໄປຮ່ວມໃນລາຍການ ຕະລົກ 6 ສາກທີ່ອອກອາກາດໃນມື້ດຽວກັນໂດຍໄດ້ໄປໃນນາມໜ້າກາກຊາກຸຣະ ແລະໄດ້ຮ້ອງເພງ ຄິດຮອດ ເປັນເພງທີ່ເຄີຍໃຊ້ຮ້ອງປະກວດໃນລາຍການ The Mask Singer ໃນລາຍການນັ້ນພ້ອມ. 

ວີດີໂອ


cr: muan.sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments