ສະຫະລັດອາເມລິກາງັດແຜນອາວຸດໃໝ່ CHAMP ຍະງຄີ້ນທຳລາຍນິວເຄຣຍເກົາຫຼີເໜືອ (ຄລິບ)
CNN ລາຍງານວ່າ ກອງທັບອາກາດສະຫະລັດອາເມລິກາເລົ່ງພັດທະນາອາວຸດຊະນິດໃໝ່ທີ່ຢຸດຢັ້ງຂີປະນາວຸດເກົາຫຼີເໜືອ ເພື່ອຕໍ່ກອນກັບການທີ່ທ່ານຄິມ ຈອງອືນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຜັກດັນຢ່າງແຂງກ້າວທີ່ຈະພັດທະນາທົດສອບອາວຸດນິວເຄຣຍ ແລະໃຊ້ຂີປະນາວຸດຕິດຫົວລົບນິວເຄຣຍໂຈມຕີໄປເຖິງສະຫະລັດອາເມລິກາໄດ້
ເຈົ້າໜ້າທີ່ລັດຖະບານສະຫະລັດອາເມລິກາຕ້ອງຕອບສະໜອງໄພຄຸກຄາມດັງກ່າວ ແລະມາດຕະການຕໍ່ຕ້ານທີ່ມີປະສິດທິຜົນສູງຢ່າງໜຶ່ງຢູ່ໃນຫ້ອງປະຕິບັດການລັບທາງທະຫານໃນລັດນິວເມັກຊີໂກ ທາງຕອນໃຕ້ຂອງສະຫະລັດອາເມລິກາ ເຊິ່ງມີຊື່ເອີ້ນວ່າ CHAMP ຍໍ້ມາຈາກ Counter-electronics High Power Microwave Advanced Missile Project ຫຼືໂຄງການພັດທະນາຂັ້ນສູງຄື່ນໄມໂຄເວບກຳລັງສູງຕໍ່ຕ້ານອີເລັກໂທນິກ
ທ່ານເຈມສ໌ ຟິດເຊີ ໂຄສົກຫ້ອງປະຕິບັດວິໃຈກອງທັບອາກາດສະຫະລັດອາເມລິກາ ທີ່ຖານທັບອາກາດເຄີນເເລນ ລະບຸວ່າ CHAMP ເປັນອາວຸດຄື່ນໄມໂຄເວບກຳລັງສູງ ເຊິ່ງຄື່ນດັ່ງກ່າວຈະຖືກປ່ອຍອອກມາຈາກຂີປະນາວຸດຮອນໃນຂະນະທີ່ລອຍອາກາດ ເຊິ່ງປ່ອຍມາຈາກເຄື່ອງບິນຖິ້ມລະເບີດຂອງສະຫະລັດອາເມລິກາ
"ມີປະໂຫຍດຕໍ່ເລື່ອງໄພຮຸກຮານເກົາຫຼີເໜືອຢ່າງຍິງ ເນື່ອງຈາກບໍ່ຕ້ອງໃຊ້ກອງກຳລັງພາກພື້ນດິນຈຳນວນມະຫາສານ ບໍ່ຕ້ອງໃຊ້ກອງກຳລັງປະຕິບັດການພິເສດ ໂຈມຕີດ້ວຍລະເບີດເຄື່ອນທີ່...ປະເດັນສຳຄັນຄືການໂຈມຕີຈະເກີດຂຶ້ນ ແລະບໍ່ແມ່ນຂ້າເສິກຄົນດຽວທີ່ຈະລົ້ມຕາຍ" ພ້ອມກ່າວວ່າລະບົບຂີປະນາວຸດ CHAMP ຈະຢຸດຢັ້ງຂີປະນາວຸດເກົາຫຼີເໜືອຈາກຖານຍິງຫຼືກາງອາກາດໄດ້ອີກດ້ວຍ
ຄລິບ ຈັ່ງໃດກໍ່ຕາມລະບົບຂີປະນາວຸດ CHAMP ຍັງບໍ່ສາມາດໃຊ້ງານໄດ້
ທ່ານຟິດເຊີແລະເຈົ້າໜ້າທີ່ກອງທັບອາກາດລາຍອື່ນບອກວ່າຈະບໍ່ເວົ້າຫຍັງຫາກນຳອາວຸດມານຳໃຊ້ງານແລ້ວ ແຕ່ເລຕັນກ່າວວ່າ ໃນຊ້ວງເວລາທີ່ວິຕົກກັງວົນອາດນຳລະບົບຂີປະນາວຸດ CHAMP ມາໃຊ້ງານພາຍໃນເວລາອີກບໍ່ດົນນີ້
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment