ຂ່າວສົດບັນເທິງຕ່າງປະເທດ!! "Human Flow" ໜັງສາລະຄະດີ ຄວາມວິຕົກກັງວົນຂອງຜູ້ລີ້ໄພ



ໜັງ Human Flow ເປັນໜຶ່ງໂຕເອກເຂົ້າຊິງພາບພະຍຢນສາລະຄະດີຍອດຍ້ຽມເວທີ ອອສກຣ້າໃນປີ 2018

ຕອນເປີດໂຕໃນງານເທດສະການ ພາບພະຍົນນານາຊາດເວນິສ ຄັ້ງທີ່48 ປີ2017 ທີ່ຜ່ານມາ ໄດ້ຮັບສຽງຕົບມືດັງກ້ອງກັງວານ


ເລື່ອງລາວທີ່ເວົ້າເຖິງຄວາມວິຕົກກັງວົນຂອງຜູ້ລີ້ໄພທີ່ກຳລັງເປັນບັນຫາໃຫຍ່ ໂດຍທີ່ພາໄປສຳພັດກັບການດິ້ນລົ້ນຂອງຄົນກວ່າ 65ລ້ານຄົນ ໃນ 23ປະເທດທີ່ຖືກບີບໃຫ້ອົບພະຍົບອອກຈາກພູມລຳເນົາດ້ວຍພາວະສົງຄາມ ການອົດຢາກ ສູ່ການເດີນທາງຫາຄວາມປອດໄພ ທີ່ຢູ່ອາໃສ ຈົນເຖິງຊີວິດໃໝ່

ຜູ້ກຳກັບຄົນຈີນ ອ້າຍເວີ່ຍເວີ່ຍ ໄປຢູ່ເຖິງເຮືອທີ່ມີຄົນລົ້ນເຕັມ ເດີນທາງຜ່ານສາຍຝົນແລະຂີ້ຕົມໄປກັບແມ່ທີ່ເປ້ລູກ ຫົວແລະຫຼິ້ນກັບເດັກນ້ອຍ



ລາວບອກເຖິງສາເຫດທີ່ສ້າງໜັງເລື່ອງນີ້ວ່າ "ນີ້ແມ່ນບັນຫາລະດັບໂລກ ທີ່ທົດສອບຊາດທີ່ພັດທະນາແລ້ວໃນການຢືນຢູ່ຂ້າງສິດທິມະນຸດຊົນ ພາບພະຍົນສ້າງຈາກຄວາມເຊື່ອໃນເລື່ອງຄຸນຄ່າຂອງສິດທິມະນຸດຄົນ ສະຖານະການຄວາມບໍ່ແນ່ນອນເຮັດໃຫ້ຕ້ອງອົດທົນ ເຫັນໃຈກັນ ບໍ່ສະນັ້ນ ມະນຸດຊາດຈະພົບເຈີກັບຄວາມວິຕົກກັງວົນຢ່າງໃຫຍ່ຫຼວງ ຂ້ອຍຢາກຈະເຮັດຄວາມເຂົ້າໃຈວ່າແກນຄວາມຄິດຮາກຖານຂອງຫຼັກປະຊາທິປະໄຕແລະເສລີພາບ ມັນຈະຖືກປົກປ້ອງຫຼືລະເມີກແບບໃດໃນສະຖານະການແບບນີ້"

ໜັງເຂົ້າສາຍໃນວັນທີ 21 ພະຈິກ (ປະເທດໄທ) ມາລຸ້ນກັນເລີຍວ່າຈະໄດ້ເຂົ້າຊິງລາງວັນອອສກຣ້າຫຼືບໍ່


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments