Google ເປີດໂຕ Android Oreo Go ລະບົບປະຕິບັດການສຳຫລັບເຄື່ອງ Android ທີ່ມີສະເປັກບໍ່ສູງ
Android Go ເປັນລະບົບປະຕິບັດການທີ່ອອກແບບມາ ເພື່ອສະມາດໂຟນທີ່ມີ RAM ໜ້ອຍກວ່າ 1 GB ເຊິ່ງເປີດຕົວ ໃນງານ Google I/O 2017 ທີ່ ຜ່ານມາ ແລະໃນຕອນນີ້ໄດ້ເປີດຕົວຢ່າງເປັນທາງການແລ້ວໃນງານ Google for India.
ລະບົບປະຕິບັດການເວີຊັນນີ້ເນັ້ນເປົ້າໄປທີ່ສະມາດໂຟນທີ່ມີ RAM ລະຫວ່າງ 512 MB -1 GB. ພ້ອມກັນນັ້ນ Google ກໍຍັງໄດ້ເປີດຕົວແອັບເວີຊັນທີ່ມີຂະໜາດນ້ອຍເຊັ່ນ: Gmail, YouTube, Maps, Assistant ແລະອື່ນໆທີ່ຖືກປັບແຕ່ງເພື່ອໃຫ້ສາ ມາດໃຊ້ງານໃນອຸປະກອນດັ່ງທີ່ ກ່າວມາໄດ້ຢ່າງລ່ຽນໄຫຼ.
ອຸປະກອນ Android Go ຈະມີແອັບ 9 ຢ່າງທີ່ຕິດຕັ້ງມາໃນ ລະບົບຄື: Google Go, Google Assistant Go, YouTube Go, Google Maps Go, Gmail Go, Gboard, Google Play, Chrome ແລະ ໃໝ່ຫຼ້າສຸດແອັບ Files Go.
Cr ເສດຖະກິດ-ສັງຄົມ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment