ນຸ້ຍ Miss Unniverse Laos "ການປະກວດຈົບ ແຕ່ມິດຕະພາບບໍ່ຈົບ"


ເຖິງວ່າການປະກວດຈົບລົງໄປໄດ້ເກືອບອາທິດໜຶ່ງແລ້ວ ແຕ່ວ່າກະແສຂອງນາງງາມລາວໃນເວທີນີ້ກໍຍັງບໍ່ທັນໝົດລົງ ຫຼ້າສຸດ ນຸ້ຍ ຫຼື ສຸພາພອນ ສົມວິຈິດ ໄດ້ອອກມາໂພສຄວາມຊົງຈຳປະທັບໃຈໃນການປະກວດ Miss Universe 2017 ລະບຸ ການແຂ່ງຂັນຈົບລົງໄປແລ້ວແຕ່ມິດຕະພາບລະຫວ່າງສາວງາມຜູ້ເຂົ້າປະກວດຍັງມີໃຫ້ກັນສະເໝີ.

ໂດຍຂໍ້ຄວາມຂອງ ນຸ້ຍ ລະວ່າ "ງານຈົບແຕ່ເຮົາບໍ່ຈົບເຮົາຍັງມີມິດຕະພາບ ແລະ ຄວາມຮັກດີໆໃຫ້ກັນສະເໝີ. ຂໍເກັບຄວາມຊົງຈຳດີໆໄວ້ເປັນຮູບພາບ." ພ້ອມກັບໂພສຮູບທີ່ຖ່າຍຄູ່ກັບ ມາຣີຢາ ພູນເລີດລາບ ຜູ້ເຂົ້າປະກວດຈາກປະເທດໄທ ແລະ ຮູບກຸ່ມທີ່ຖ່າຍກັບນາງງາມຈາກເກົາຫຼີໃຕ້, ຍີ່ປຸ່ນ ແລະ ໄທ.


ທັງນີ້ ສຸພາພອນ ສົມວິຈິດ ເປັນຜູ້ເຂົ້າປະກວດ Miss Universe ຄົນທຳອິດໃນປະຫວັດສາດລາວ ເຊິ່ງເຖິງວ່າຈະບໍ່ໄດ້ຮັບລາງວັນຫຍັງກັບມາແຕ່ກໍໄດ້ຮັບຄວາມສົນໃຈຈາກກອງປະກວດພໍສົມຄວນ ໂດຍສະເພາະຊຸດປະຈຳຊາດ "ທິດາພັນສາເຮືອງມາລາ" ທີ່ໄດ້ຂຶ້ນໜ້າທະວິດເຕີທາງການຂອງກອງປະກວດເພື່ອໂຄສະນາການແຂ່ງຂັນຮອບສຸດທ້າຍ.

ທີ່ມາ: maun.sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments