ພິທີທະແຫລງຂ່າວກ່ຽວກັບການນຳໃຊ້ລະບົບຊຳລະສະສາງລະບົບຊຳລະ One pay ຜ່ານ QR Code



ພິທີທະແຫລງຂ່າວກ່ຽວກັບການນຳໃຊ້ລະບົບຊຳລະສະສາງລະບົບຊຳລະ One pay ຜ່ານ QR Code ໃນວັນທີ 30/11/2017. ໃນວັນທີ 30/11/2017, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດພິທີຖະແຫລງຂ່າວກ່ຽວກັບການເປີດນຳໃຊ້ລະບົບຊຳລະແບບທັນສະໄໝດ້ວຍ QR Code ພາຍໃຕ້ຊື່ One pay ຂື້ນຢູ່ທີສໍານັກງານໃຫຍ່ ທຄຕລ ໂດຍ ທ່ານ ພູຂົງ ຈັນທະຈັກ, ຜູ້ອຳນວຍໃຫຍ່ ທຄຕລ ໃຫ້ກຽດຂື້ນຖະແຫລງຂ່າວຕໍ່ສືມ່ວນຊົນຈາກຫລາຍສຳນັກ. ທ່ານ ພູຂົງ ຈັນທະຈັກ, ຜູ້ອຳນວຍການໃຫຍ່ ທຄຕລ ໄດ້ແຈ້ງໃຫ້ຊາບວ່າລະບົບຊຳລະດັ່ງກ່າວ ທຄຕລ ໄດ້ພັດທະນາເພື່ອຕອບສະໜອງນະໂຍບາຍຂອງພາກລັດໃນການຫລຸດຜ່ອນການນຳໃຊ້ເງິນສົດໃນສັງຄົມ, ລະບົບມີຄວາມທັນສະໄໝປອດໄພ, ຊົມໃຊ້ງ່າຍ ສ້າງຄວາມສະດວກໃຫ້ແກ້ຜູ້ຊື້ ແລະ ຜູ້ຂາຍໃນການຊຳລະສິນຄ້າ, ບວກກັບແນວໂນ້ມຈາກພາກພື້ນ ແລະ ສາກົນ ທີ່ການຊຳລະໃນຮູບແບບດັ່ງກ່າວກໍາລັງໄດ້ຮັບຄວາມນິຍົມ. ສະນັ້ນ, ທຄຕລ ຈື່ງໄດ້ເລັ່ງພັດທະນາລະບົບນີ້ ເຊີ່ງປະຈຸບັນກໍ່ມີຄວາມພ້ອມເພື່ອໃຫ້ບໍລິການໃນສັງຄົມລາວ. ຫລັງຈາກທີ່ ທຄຕລ ໄດ້ມີການເປີດນຳໃຊ້ຜະລິດຕະພັນດັ່ງກ່າວ ເຫັນວ່າມີການຕອບຮັບທີ່ດີຈາກສັງຄົມ ເຊິ່ງສະແດງອອກໄດ້ຈາກ ມີລູກຄ້າໄດ້ຊົມໃຊ້ເປັນຈຳນວນຫລາຍ ແລະ ມີຫລາຍຮ້ານຄ້າກໍ່ໄດ້ຕິດຕໍ່ເຂົ້າມາເພື່ອໃຫ້ ທຄຕລ ໄປຕິດຕັ້ງລະບົບໃຫ້ ປະຈຸບັນມີຮ້ານຄ້າທີ່ຕິດຕັ້ງລະບົບແລ້ວປະມານ 50 ຈຸດ ແລະ ຍັງມີຮ້ານຄ້າທີ່ກຳລັງຈະໄດ້ຮັບການຕິດຕັ້ງອີກຫລາຍກວ່າ 100 ຈຸດໃນນະຄອນຫລວງ ແລະ ໃນໄວໆນີ້ ທຄຕລ ກໍຈະສືບຕໍ່ຂະຫຍາຍຜະລິດຕະພັນດັ່ງກ່າວໃຫ້ກວ້າງຂວາງອອກຕື່ມໃນຂອບເຂດທົ່ວປະເທດ. ພາຍຫລັງພິທີຖະແຫລງຂ່າວ, ທຄຕລ ກໍ່ໄດ້ນໍາພາສື່ມວນຊົນ ໄປຢ້ຽມຊົມ ແລະ ທົດລອງຊຳລະຕົວຈິງນຳຮ້ານຄ້າທີ່ໄດ້ຕິດຕັ້ງລະບົບຊຳລະແບບທັນສະໄໝ One pay ແລ້ວ, ຊຶ່ງສາມາດເຫັນໄດ້ເຖິງຄວາມສະດວກສະບາຍຂອງລະບົບດັ່ງກ່າວຢ່າງແທ້ຈິງ.















ຂໍ້ມູນ BCEL Bank
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments