"ຕູ່ ທິດາ" ນາງເອກນ້ອງໃໝ່ຈາກຮູບເງົາ ລາວ-ຍີ່ປຸ່ນ The River Flow ສາຍນ້ຳໄຫຼ
ຮູບເງົາລະຫວ່າງລາວ-ຍີ່ປຸ່ນ ເລື່ອງ " The River Flow/ ສາຍນ້ຳໄຫຼ " ໄດ້ອອກສາຍໃນໂຮງໜັງໃນວັນທີ 30 ພະຈິກ 2017 ນີ້້ ຢູ່ທີ່ Major Platinum Cineplex (Vientiane Center) and ITECC Mall. ເຊີ່ງຮູບເງົາດັ່ງກ່າວແມ່ນເພື່ອເປັນການສະເຫຼີມສະຫຼອງ ສາຍພົວພັນລະຫວ່າງ ລາວ-ຍີປຸ່ນ ຄົບຮອບ 60 ປີ ອົງການ Japan Laos Creative Partners ຈາກປະເທດຍີປຸ່ນ ແລະ ບໍລິສັດ New Wave Cinema ຈາກລາວຮ່ວມມືກັນເພື່ອຜະລິດຮູບເງົາເລື່ອງນີ້
ໂດຍຮູບເງົາເລື່ອງນີ້ແມ່ນໄດ້ ຕູ່ ທິດາ ມາຮັບບົດເປັນນາງເອກ ແລະ ໂຣບອ໋ດ Ro Bottoy ຮັບບົດເປັນທະຫານ - ພະເອກ Yuta Inoue ເປັນນັກສະແດງນາຍແບບ ຊື່ດັງຈາກປະເທດຍິປຸ່ນ ແລະມື້ນີ້ພວກເຮົາກໍຈະພາໄປຮູ້ຈັກກັບນາງເອກຈອງເລື່ອງ ເປັນນາງເອກນ້ອງໃໝ່ຂອງວົງການບັນເທີງລາວເຮົານັ້ນເອງ.
ຕູ່ ທິດາ ສິດທິໄຊ ຫລື ຕູຕູ່ ເຄີຍເປັນຮອງອັນດັບສອງນາງສາວລາວ ປີ 2012 ພ້ອມທັງໄດ້ລາງວັນຂັວນໃຈຊ່າງພາບ ແລະຍັງເປັນອະດີດນັກຮ້ອງ ວົງ Amiiguz. ປັດຈຸບັນເປັນສິນລະປິນສັງກັດຄ້າຍ First Modeling. ເມື່ອໄດ້ຖາມເເຖິງທີ່ມາຂອງການມາເປັນສະແດງຮູບເງົາເປັນນາງເອກເລື່ອງ ສາຍນ້ຳໄຫລ ສາວຕູ່ກໍໄດ້ບອກວ່າ: ທາງສັງກັດໄດ້ແຈ້ງວ່າ ຈະມີການ casting ເອົານາງເອກໜັງລາວ ຍີ່ປຸ່ນ ກໍ່ເລີຍລອງໄປ casting ເບີ່ງ ແລະ ກໍ່ໄດ້ມີການເຮັດ workshop ກ່ອນເປີດກ້ອງ ເຊິ່ງໂຕເອງກໍ່ຍັງບໍ່ມີປະສົບການໃນການສະແດງຈັກເທື່ອ ຈຶ່ງຕ້ອງເຮັດ workshop ຫລາຍຂຶ້ນ ບວກກັບ ສະແດງຄູ່ກັບ ພະເອກ ມາແຕ່ຍີ່ປຸ່ນ ຍິ່ງຕ້ອງເຮັດວຽກບ້ານຫລາຍຂຶ້ນ. ສ່ວນເລື່ອງລາວຂອງ ສາຍນ້ຳໄຫຼ ແມ່ນເວົ້າເຖີງຄວາມເປັນມາຂອງປະຫວັດສາດຂອງ ເຂື່ອນໄຟຟ້ານ້ຳງື່ມ ແລະ ວິຖີການດຳລົງຊີວິດຂອງຄົນລາວໃນສະໄໝ 1060. ແລະສາວຕູ່ເອງກໍໄດ້ຝາກໃຫ້ທຸກຄົນຕິດຕາມຜົນງານຈອງເພິ່ນກັນແດ່ເດີ້ ເຊິ່ງກໍໄດ້ເປີດສາຍແລ້ວທີ່ໂຮງຮູບເງົາ Major Platinum Cineplex (Vientiane Center) and ITECC Mall.
ຂອບໃຈ
ຂໍ້ມູນຈາກ: ມ່ວນ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.









Comments
Post a Comment