Samsung ຕຽມເປີດໂຕ ສະມາດໂຟນ ໜ້າຈໍພັບໄດ້ ປີ 2018
Samsung ໄດ້ເລີ່ມພັດທະນາ Galaxy X (ສະມາດໂຟນໜ້າຈໍພັບໄດ້) ແລ້ວ ແລະຄາດການວ່າຈະເປີດໂຕໃນຊ່ວງຕົ້ນປີ 2018
Samsung ຈະເປັນບໍລິສັດທຳອີດທີ່ຈະເປີດໂຕສະມາດໂຟນທີ່ມີໜ້າຈໍພັບໄດ້ ໃນຂະນະທີ່ຄູ່ແຂ່ງຢ່າງ Apple ແລະ LG ກຳລັງພັດະນາຢູ່ ຊຶງ Ko Don-jin ປະທານບໍລິສັດ Samsung ໄດ້ເຄີຍວ່າເມື່ອເດືອນ 9/2017 ທີ່ຜ່ານມາ "ຈະເປີດໂຕສະມາດໂຟນໜ້າຈໍພັບໄດ້ໃນປີ 2018"
ແຫຼ່ງຂ່າວວົງໃນໄດ້ລາຍງານວ່າ Samsung Display ໄດ້ພັດທະນາໜ້າຈໍທີ່ມີຄວາມໂຄ້ງ 1.0R ເຊິ່ງໝາຍຄວາມວ່າ ສາມາດພັບໄດ້ຄືກັບເຈ້ຍ ແລະໃຊ້ພາດສະຕິກເປັນວັດສະດຸໃນການຜະລິດໜ້າຈໍດັ່ງກ່າວ ແລະຖ້າພິຈາລະນາຈາກສິດທິບັດກ່ຽວກັບເທັກໂນໂລຢີສະມາດໂຟນໜ້າຈໍພັບໄດ້ຈຳນວນມາກທີ່ Samsung ໄດ້ຢື່ນຈົດ ເຮັດໃຫ້ໜາສົນໃຈວ່າ Galaxy X ຈະໄດ້ຮັບການຕິດຕັ້ງເທັກໂນໂລຢີໃໝ່ຫຍັງແດ່
ສຳລັບ LG Display ນັ້ນໄດ້ວາງແຜນເປີດຕົວໜ້າຈໍພັບໄດ້ທີ່ມີຄວາມໂຄ້ງ 2.5R ໃນປີ 2018 ແລະຄາດໜ້າຈໍທີ່ມີຄວາມໂຄ້ງ 1.0R ຈະເປີດໃນປີ 2019
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment