ສຸດເຊີໄພຣ້! ງານ Vangvieng Music Festival ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ


ເປັນອີກໜຶ່ງງານເທສະການດົນຕີທີ່ຫຼາຍຄົນຕັ້ງໜ້າຕັ້ງຕາລໍຖ້າ ກັບງານ Vangvieng Music Festival ເຊິ່ງໃນປີນີ້ກໍໄດ້ເປີດຕົວກັບຄອນເຊັບ Our Tribes Our Pride " ມາໃນຮູບແບບຊົນເຜົ່າລາວ (Lao Tribes) ປະທະ ໂບຮີມຽນ (Bohemian). ແຕ່ທີ່ເຊີໄພຣສຸດໆກໍຄື ໃນປີ 2017 ນີ້ງານດັ່ງກ່າວຈະຍົກເອົາບັນຍາກາດຂອງເມືອງວັງວຽງມາໃຫ້ທຸກຄົນໄດ້ສຳຜັດທີ່ນະຄອນຫຼວງວຽງຈັນ!


ໂດຍທາງເຟສບຸກທາງການຂອງຜູ້ຈັດງານໄດ້ອອກມາປະກາດມື້ນີ້ວ່າ: "ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018 ທີ່ກຳລັງຈະມາເຖີງ ພ້ອມກັບຄົບຮອບ 1 ປີ The Walking Street,  ພວກເຮົາທີມງານ Vangvieng Music Festival ເອົາໃຈແຟນໆ ທີ່ຕ້ອງການສຳຜັດບັນຍາກາດໃໝ່ໆ ໂດຍການຍ້າຍບັນຍາກາດງານເທສະການດົນຕີນານາຊາດ ວັງວຽງ ມາໃຫ້ ແຟນໆ ໃດ້ມາສຳຜັດກັນແບບໃກ້ໆ ທີ່ນະຄອນຫຼວງວຽງຈັນ."


ງານເທສະການດົນຕີນານາຊາດ ວັງວຽງ ນີ້ ມີກຳນົດຈັດຂຶ້ນໃນວັນທີ 22-23 ທັນວາ ນີ້ ທີ່ ລານດ້ານຂ້າງ Walking Street ຕິດກັບດອນຈັນພາເລດ ນະຄອນຫຼວງວຽງຈັນ ນຳເອົາທັບນັກດົນຕີ ແລະ ສິລະປິນຈາກນານາປະເທດມາສ້າງຄວາມມັນໃຫ້ກັບຊາວລາວໄດ້ມ່ວນແບບສຸດໆສົ່ງທ້າຍປີ 2017 ບໍ່ວ່າຈະເປັນ Animal Project, MC Rocky, DJ IVY ຈາກເກົາຫຼີ, DJ Jeffy, MC Bird, Polycat, Retrospect ແລະ ອື່ນໆ.


ຂໍຂອບໃຈ
ຂໍ້ມູນ : Vangvieng Music Festival

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments