ເກີດເຫດໄຟໄໝ້ ຕຶກ World Trade Center ທີ່ນະຄອນຫຼວງວຽງຈັນ
ໃນຕອນບ່າຍມື້ນີ້ (ຊ່ວງເວລາປະມານ 15:00) ໄດ້ມີການເຜີຍແຜ່ພາບຈຳນວນຫຼາຍຕໍ່ກັບເຫດການໄຟໄໝ້ຕຶກ World Trade Center ທີ່ກຳລັງກໍ່ສ້າງ ເຊິ່ງຕັ້ງຢູ່ຖະໝົນຄູວຽງ ຂ້າງສູນການວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ, ສ່ວນສາເຫດຍັງບໍ່ມີການລາຍງານທີ່ຊັດເຈນວ່າເກີດຈາກຫຍັງ ແລະ ປັດຈຸບັນນີ້ເຈົ້າໜ້າທີ່ກໍ່ໄດ້ເຂົ້າຄວບຄຸມເພີງແລ້ວ.
ຕຶກ World Trade Center ເປັນໜຶ່ງໃນໂຄງການທີ່ສຳປະທານໂດຍນາຍທຶນຈີນ ເພື່ອກໍ່ສ້າງເປັນສູນການຄ້າຂະໜາດໃຫຍ່ໃຈກາງນະຄອນຫຼວງວຽງຈັນ ທີ່ຈະເປັນບ່ອນຮອງຮັບກິດຈະກຳທາງເສດຖະກິດຕ່າງໆເຊັ່ນ: ສູນການຄ້າ, ສະຖາບັນການເງິນ, ໂຮງແຮມ ແລະ ອື່ນໆ.
ທີ່ມາ: idsala
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment