ເດັກອາຍຸ 14 ຕົກຕຶກເຫດຜົນແມ່ບໍ່ໃຫ້ໄປເຂົາດາວກັບໝູ່


ແມ່ບໍ່ໃຫ້ໄປເຄົ້າດາວ ລູກສາວອາຍຸ 14 ປີຄິດສັ້ນໂດດຕຶກເສຍຊີວິດ..ແມ່ຮ້ອງໄຫ້ແທບຂາດໃຈ
ໂດຍເລື່ອງດັ່ງກ່າວເກີດຂຶ້ນທີ່ປະເທດເພື່ອນບ້ານ ໃນວັນທີ 1 ມັງກອນ 2018 ຮ.ຕ.ອ ຊະຢາສິດ ພາມາ ຮັບແຈ້ງເຫດເດັກຍິງໄວລຸ້ນໜ້າຕາດີໂດດຈາກທີ່ສູງລົງມາເສຍຊີວິດຢູ່ດ້ານຫລັງອາຄານ 3 ແຟັດທະຫານອາກາດ ສັນຍາບັດ 3 ຖະໜົນເຕຊະຕຸງຄະ ແຂວງສີກັນ ເຂດດອນເມືອງ ກຸງເທບມະຫານະຄອນ ຈຶ່ງໄດ້ຮີບໄປກວດສອບພ້ອມອາສາສະມັກມູນນິທິຮ່ວມກະຄັນຍູ
ໃນສະຖານທີ່ເກີດເຫດພົບ ເດັກຍິງເອ (ນາມສົມມຸດ) ອາຍຸ 14 ປີ ສະພາບຄໍຫັກ ແຂນຂາຜິດຮູບ ຈາກການສອບຖາມແມ່ທີ່ຢູ່ໃນອາການໂສກເສົ້າໃຫ້ການວ່າ ເມື່ອຄືນກ່ອນປະມານ 23 ໂມງກວ່າໆ ລູກສາວຂໍອອກໄປເຄົ້າດາວກັບໝູ່ ແຕ່ຕົນເປັນຫ່ວງເລື່ອງຄວາມປອດໄພຂອງລູກ ແລະ ເຫັນວ່າເດິກແລ້ວຈຶ່ງບໍ່ອະນຸຍາດ ຈາກນັ້ນລູກກໍເຂົ້ານອນຕາມປົກກະຕິ ມາຮູ້ອີກເທື່ອໜຶ່ງຕອນເຊົ້າລູກສາວກໍຕົກຕຶກເສຍຊີວິດແລ້ວ






-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments