ຈັບເດັກນ້ອຍອຸດອນ ອາຍຸ15ປີ ຊ່ວຍພໍ່ແລະຢ່າຄ້າຢາບ້າຈາກປະເທດລາວ


ອຸດອນທານີ - ຕຳຫຼວດອຸດອນທານີຈັບເດັກນ້ອຍຜູ້ຊາຍອາຍຸ 15ປີ ຊ່ວຍຄອບຄົວສົ່ງຢາບ້າ ເຜີຍວ່າພໍ່ທີ່ຢູ່ຝັ່ງລາວຮ່ວມມືກັບຢ່າທີ່ຢູ່ໄທໃຊ້ໃຫ້ຮັບສົ່ງຢາບ້າ

ລາຍງານຂ່າວແຈ້ງວ່າ ວັນທີ່ 5 ມັງກອນ ທີ່ໜ້າຫ້ອງກອງບັງຄັບການຕຳຫຼວດພູທອນແຂວງອຸດອນທານີ ໄດ້ມີການຖະແຫຼ່ງຂ່າວຜົນການຈັບໂຕ ນາງ ເກດມະນີ ໄຊຍະວິເສດ ອາຍຸ 55ປີ ທີ່ຢູ່ 27 ໝູ່ທີ່ 8 ຕຳບົນນາກວ້າງ ເມືອງເມືອງ ແຂວງອຸດອນທານີ ແລະ ທ້າວ ກ (ນາມສົມມຸດ) ອາຍຸ 15ປີ ພ້ອມຂອງການຢາເສບຕິດໃຫ້ໂທດປະເພດ 1 (ຢາບ້າ) ສີສົ້ມ 32,511ເມັດ ສີຂຽວ 334ເມັດ ລວມທັງໝົດ 32,845ເມັດ

ພົນຕຳຫຼວດ ພີລະພົງ ຜບກ.ແຂວງອຸດອນທານີ ກ່າວວ່າ ຈາກການອອກສືບສວນຫາຂ່າວຂອງຕຳຫຼວດຊຸດກຸ່ມຈັບກຸມ ຮູ້ວ່າບ້ານເລກທີ່ 27 ໝູ່ທີ່ 8 ຕຳບົນນາກວ້າງ ເມືອງເມືອງ ແຂວງອຸດອນທານີ ເປັນແຫ່ງພັກຢາເສບຕິດ ເຊິ່ງມີທ້າວ ວີລະຊາດ ສົມຈິດ ທີ່ຫຼົບໜີຄະດີຈາກປະເທດໄທມາຢູ່ທີ່ ສປປ.ລາວ ເປັນຫົວໜ້າໃຫຍ່ ແລະເຮັດການສົ່ງຢາເສບຕິດມາຝັ່ງໄທ ເຊິ່ງໃຫ້ຜູ້ຕ້ອງຫາທັງສອງລາຍທີ່ເປັນແມ່ແລະລູກຊາຍເປັນເຄື່ອຄ່າຍຊ່ວຍຄ້າ

ນອກຈາກນີ້ ຈາກການສອບສວນ ເດັກນ້ອຍທີ່ຊື່ ກ ຮັບສາລະພາບວ່າ ເມື່ອມີຄົນຕ້ອງການຢາບ້າ ທ້າວວີລະຊາບ ທີ່ຢູ່ລາວຈະໂທລະສັບມາຫາຢ່າແລະຢ່າຈະບອກໃຫ້ໄປເອົາຢາບ້າຕາມຈຸດນັດໝາຍ ລ່າສຸດທີ່ໄດ້ນັດໄປເອົາຢາບ້າທີ່ ເມືອງທ່າບໍ່ ແຂວງໜອງຄາຍ ຈາກນັ້ນຈະມີຄົນຂັບເຮືອຫາງຍາວນຳຢາບ້າມາວາງໄວ້ທີ່ຝັ່ງໄທແລ້ວເອົາມາເກັບໄວ້ທີ່ບ້ານ ພໍມີຄົນສັ່ງຊື້ຢາບ້າ ຢ່າກໍ່ຈະໃຫ້ຫຼານຊາຍເອົາຢາບ້າໄປວາງໄວ້ສະຖານທີ່ຕ່າງໆ ແລ້ວໃຫ້ລູກຄ້າໄປເອົາ ສ່ວນເງິນນັ້ນລູກຄ້າຈະໂອນເງິນຜ່ານທາງທະນາຄານໄປໃຫ້ທ້າວງີລະຊາດ ສົມຈິດ



ພົນຕຳຫຼວດ ພີລະພົງ ວົງສະມານ ຜບກ.ແຂວງອຸດອນທານີ ເປີດເຜີຍວ່າ ສຳຫຼັບທ້າວ ວີລະຊາດ ສົມຈິດ ທີ່ຫຼົບໜີຄະດີຈາກປະເທດໄທ ເຄີຍມີໂທດຄະດີຊິງຊັບຮ້ານທອງໃນແຂວງອຸດອນທານີ ດົນມາແລ້ວ ເຊິ່ງສານໄດ້ພິພາກສາຈຳຄຸກ 11ປີ ຈາກນັ້ນໄດ້ມາກໍ່ເຫດປົ້ນເງິນທີ່ປຳ້ນຳ້ມັນໃນເຂດ ເມືອງບ້ານຜື ແຂວງອຸດອນທານີ ໃນປີ 2014 ໄດ້ເງິນໄປໜ້ອຍດຽວບໍ່ຮອດ 1,000ບາດຊຳ້ ຫຼັງຖືກຈັບແມ່ນໄດ້ປະກັນໂຕອອກມາສູ້ຄະດີແລະຫຼົບໜີປະກັນມາຢູ່ຝັ່ງ ສປປ.ລາວ ເຊິ່ງມີພຶດຕິກຳຄ້າຢາເສບຕິດຂ້າມຊາດ


Cr: MDR ONLINE
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments