ປະເທດລາວຍົກເວັ້ນວີຊ່າ 4 ປະເທດຊຸກຍູ້ການທ່ອງທ່ຽວປະຈຳປີ 2018
ວີໂອເອ ພາສາລາວ ລາຍງານວ່າລັດຖະບານສປປ.ລາວ ປະກາດຍົກເວັ້ນວີຊ່າເຂົ້າປະເທດ ສຳລັບນັກທ່ອງທ່ຽວຕ່າງຊາດທີ່ເດີນທາງມາຈາກປະເທດເດັນມາສ ນໍເວຍ ຟິນແລນ ແລະ ສະວີເດັນ
ໂດຍມີຜົນບັງຄັບໃຊ້ຢ່າງເປັນທາງການເມື່ອວັນທີ 1 ມັງກອນ 2018 ແລະຈະສິ້ນສຸດເຖິງວັນທີ່ 31 ທັນວາ 2018 ເທົ່ານັ້ນ ເຊິ່ງກົດຂໍ້ບັງຄັບລະບຸວ່າ ນັກທ່ອງທ່ຽວຕ່າງຊາດຈະສາມາດພັກຢູ່ໃນສປປ.ລາວ ໄດ້ເປັນເວລາ 15 ມື້ ເພື່ອສົ່ງເສີມປີແຫ່ງການທ່ອງທ່ຽວລາວ ຫຼື Visit LaosYear 2018
ເຊິ່ງລັດຖະບານໄດ້ລະບຸວ່າ ການກຳນົດໄລຍະປີ ແລະບໍ່ໃຊ້ການຍົກເວັ້ນວີຊ່າຖາວອນເປັນການທົດສອບຜົນຕອບຮັບຈາກປະເທດຕ່າງໆທີ່ຍົກເວັ້ນ ເຊິ່ງເປັນໄປຕາມເປົ້າໝາຍອາດນຳສູ່ການຂະຫຍາຍໄລຍະເວລາຍົກເວັ້ນວີຊ່າອີກຄັ້ງໃນປີໜ້າ
ສປປ.ລາວ ເຊິ່ງເຄີຍເປັນໜຶ່ງໃນເປົ້າໝາຍປະເທດທີ່ນັກທ່ອງທ່ຽວຕ່າງຊາດຕ່າງທະວີບນິຍົມເຂົ້າມາທ່ອງທ່ຽວ ແຕ່ປີທີ່ຜ່ານມາຖືວ່າຈຳນວນຜູ້ເຂົ້າມາປະເທດຖືວ່າລົດລົງໜ້ອຍໜຶ່ງ ອີກຢ່າງປະເທດໃກ້ຄຽງຄືປະເທດວຽດນາມແລະໄທ ສຳພັດດຶງດູດນັກທ່ອງທ່ຽວໄດ້ຫຼາຍຂຶ້ນ ລັດຖະບານຕ້ອງຈຳເປັນອອກມາດຕະການດຶງດູດ ແລະຄາດວ່າຈະມີການຫາລືໃນດ້ານອື່ນໆເພື່ອສົ່ງເສີມການທ່ອງທ່ຽວໃນປີນີ້
ວຽງຈັນ
ວັງວຽງ
ຫຼວງພະບາງ
ປາກເຊ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


















Comments
Post a Comment