ຂໍຄວາມຊ່ວຍເຫຼືອຈາກຜູ້ໃຈບຸນ ຊ່ວຍລູກນ້ອຍຂອງລາວແດ່ (ມີຄລິບ)


ໃນມື້ວານນີ້ໄດ້ມີ Facebook ຜູ້ໃຈບຸນຄົນໜຶ່ງຊື່ວ່າ: Lamphanh Ouanmixay ໄດ້ເອົາເຄື່ອງນຸ່ງ ແລະ ຜ້າຫົ່ມ ໄປໃຫ້ສາວຄົນໜຶ່ງ ທີ່ບໍ່ປົກກະຕິຄືເຮົາ ແລະ ລູກນ້ອຍຂອງລາວ ແລ້ວໄດ້ໂພສລົງຂໍຄວາມຊ່ວຍເຫຼື່ອ ຈາກຜູ້ໃຈບຸນວ່າ: 

ດ້ວຍຄວາມເປັນຫ່ວງເຈົ້າ ເມົາເຫຼົ້າກະຈົນຊ່ວງ...ສະພາບຄືດັ່ງທີ່ເຫັນລະ ນຸ່ງຊຸດນອນອອກໄປຫາ ຫວັງຈະເຈົ້າໄປບ່ອນສະບາຍ ບໍ່ຕ້ອງຫອບລູກນ້ອຍ ເລ້ລ້ອນ.. ອາສາ 1624 ໂທຫາ ແມ່ ມາເບິ່ງແນ່ ຍຸງກັດລູກ ຈົນໝົດ ແຖມດູມໍເປັນອີກ...
ຢາກຖາມວ່າ ພໍຈະມີໜ່ວຍງານໃດ ທີ່ມີຄວາມສາມາດນຳໂຕລາວໄປສູນ ສົງເຄາະໃຫ້ຂ້ອຍ ສ່ວນລູກຊາຍນ້ອຍ ຂອງລາວ ຂ້ອຍຈະແລ່ນເຂົ້າສູນລ້ຽງເດັກ
ອີ່ຕົນເດັກນ້ອຍ ນົມຊິກິນແນວໃດ ເຄື່ອງຊິໃສ່ ກະບໍ່ມີ
ແມ່ກະຈິດ ບໍ່ສົມປະກອບ ຫອບລູກເລາະ ທຸກຄືນຕາມການບອກເລົ່າ ຂອງຄົນແຖວນັ້ນ...
📯📯📯ຄືດັ່ງເຫັນ ເຄື່ອງກະບໍ່ນຸ່ງ...ໄດ້ເອົາເຄື່ອງໄປໃຫ້ນາງເລືອກ ເພາະ ຄັນນາງບໍ່ມັກ ນາງກະບໍ່ໃສ່ ໃຫ້ ຜ້າຫົ່ມໃໝ່ 1ຜືນ..ເຄື່ອງແອນ້ອຍ.. 🤔🤔🤔ນັ້ນບໍ່ສຳຄັນ ທໍ່ຢາກໃຫ້ເດັກມີບ່ອນຢູ່ ອາໃສ
🎵🎵🎵ສະນັ້ນ ມີພາກສ່ວນໃດແນ່ ຈະເອົານາງໄປໄວ້ສູນສົງເຄາະ ນຳຂ້ອຍໄດ້ຊ່ວຍແນ່ ເຮົານີ້ ບັງຄັບລາວບໍ່ໄປ...ຢາກຊ່ວຍເຫຼືອກອບກູ້ ເອົາຊີວິດເດັກນ້ອຍໄວ້....ອູ້ມ ກະບໍ່ເໜັງ ບໍ່ຕີງ ຈົນນຶກວ່າ(ຕາຍລະ)ສຸດທ້າຍແມ່ນເດັກອ່ອນແອ ບໍ່ສະບາຍ...ຊິເຮັດແນວໃດເດ້ 😴😴ເບິ່ງສະພາບຂອງໂຕເອງນຸ່ງເຄື່ອງ ຈົນຄົນອື່ນເຫັນ ອາດແຍກບໍ່ອອກວ່າ ແມ່ນໃຜ ບ້າກັ້ນແທ້.. ໄຄແຕ່ ນາງ ກຽມພ້ອມຕະຫຼອດ ໄປໃສນະ ຕ້ອງມີເຄື່ອງຢຸ່ໃນລົດ ບໍ່ມີແຕ່ເງິນນີ້ລະ

ຄລິບ



















-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments