ເຕະຟຸ່ນ!! ໃບປະກາດແດງບໍ່ມີວຽກເຮັດ



ຕາມທັດສະນະຂອງຫຼາຍຄົນບອກວ່າ: ນັກສຶກສາທີ່ຮຽນຈົບມາໃໝ່ໆແມ່ນຊອກຫາວຽກເຮັດຂ້ອນຂ້າງຍາກພໍສົມຄວນ, ແຕ່ສຳ ລັບນັກສຶກສາທີ່ໄດ້ຮັບໃບກຽດນິຍົມ ຫຼື ໃບປະກາດແດງ ອາດຈະເປັນເລື່ອງງ່າຍ ເພາະຄວາມຮູ້-ຄວາມສາມາດໃນຕອນຮຽນນັ້ນແມ່ນຢັ້ງຢືນໄດ້ເຖິງປະສົບການ ລວມທັງຄຸນສົມບັດແທ້ຈິງຂອງເຂົາ ຈຶ່ງເຮັດໃຫ້ເປັນເລື່ອງທີ່ບໍ່ຍາກເກີນໄປທີ່ຈະຊອກຫາວຽກພາຍ ຫຼັງຮຽນຈົບມາ ເພາະຜູ້ທີ່ໄດ້ໃບປະກາດ
ແດງນັ້ນ ມັນບໍ່ແມ່ນເລື່ອງງ່າຍໆເລີຍກວ່າຈະປະຄັບປະຄອງທຸກດ້ານ, ບໍ່ວ່າດ້ານລະບຽບວິ ໄນ ເຊັ່ນ: ບໍ່ມາຮຽນຊ້າ, ບໍ່ຂາດຮຽນ, ມີຄຸນສົມບັດດີທັງໃນໂຮງຮຽນ ແລະ ນອກ, ຮຽນດີ-ຮຽນເກັ່ງ ແລະ ອື່ນໆຕາມ 5 ຫຼັກມູນການສຶກສາ, ສ່ວນຄະແນນທຸກວິຊາບໍ່ໃຫ້ຫຼຸດ 7 ຂຶ້ນໄປ. ສະນັ້ນ, ຜູ້ທີ່ໄດ້ໃບປະກາດແດງໃນແຕ່ລະປີແມ່ນບໍ່ຫຼາຍປານໃດປະມານ 20-30 ຄົນ ຖ້າທຽບກັບນັກສຶກສາທີ່ຮຽນຈົບ 5-6 ພັນຄົນ.


ຖ້າເວົ້າໄປແລ້ວ, ພິທີຮັບໃບປະກາດໃນປີຜ່ານມາແມ່ນຖືວ່າຄຶກຄັກ, ແຕ່ເຮັດໃຫ້ສະພາບການສັນຈອນເປັນອຳມະພາດເກືອບໝົດມື້. ສຳລັບປີ 2017 ນີ້ ເພີ່ນໄດ້ມີການປັບປ່ຽນພິທີມອບ-ຮັບໃບປະກາດແບບໃໝ່ ດ້ວຍການແບ່ງອອກເປັນແຕ່ລະຄະນະເພື່ອບໍ່ໃຫ້ສັບສົນ, ປະຫຍັດງົບປະມານ, ຫຼີກລຽງການຈະລາຈອນຕິດຂັດ ແລະ ບໍ່ໃຫ້ຫຍຸ້ງຍາກຄືກັບແຕ່ກ່ອນ ຈຶ່ງເຮັດໃຫ້ພິທີຮັບໃບປະກາດປີນີ້ບໍ່ຄຶກຄື້ນຄືກັບປີຜ່ານໆມາ. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາກໍ່ສະແດງຄວາມດີໃຈກັບບັນດິດໃໝ່ທີ່ຈົບມາຕ່າງໆກໍ່ດີໃຈໃນຜົນງານຂອງຕົນ ແລະ ມີການສະຫຼອງຢ່າງມ່ວນຊື່ນໃຫ້ສົມກັບວັນທີ່ລໍຄອຍ


ມາໃນມື້ນີ້, ພວກເຮົາຢາກຂໍນຳສະເໜີບົດອະດີດນັກສຶກສາທ່ານໜຶ່ງ ທີ່ໄດ້ຮັບໃບປະກາດກຽດນິຍົມ ຫຼື ໃບກາດແດງ ດັ່ງທີ່ກ່າວມາຂ້າງເທິງນັ້ນ, ແຕ່ວ່າຜູ້ກ່ຽວຍັງຫວ່າງວຽກຢູ່ ເນື່ອງຈາກໄປສະໝັກວຽກຫຼາຍບ່ອນແລ້ວ ແຕ່ກະຍັງບໍ່ໄດ້ຈັກເທື່ອ! ມີແຕ່ເຂົາເຈົ້າບອກໃຫ້ລໍຖ້າໄປກ່ອນ ແລະ ຜູ້ກ່ຽວກໍ່ຄິດບໍ່ອອກ ວ່າ: ຈະໄປສະໝັກວຽກນຳອົງກອນ ຫຼື ບໍລິສັດໃດ? ພໍທີ່ຈະໄດ້ເງິນເພື່ອໃຊ້ຈ່າຍກຸ້ມຕົນເອງໃນຕອນນີ້. ນັກສຶກສາໃບປະກາດແດງຄົນນີ້ ຊື່ ທ້າວ ອາລີ ຫຼວງສາມາດ ຈົບຈາກຄະນະສຶກສາສາດ ສາຂາຈິດຕະວິທະຍາ ໄດ້ຮັບໃບກຽດນິຍົມໃນເດືອນກັນຍາ 2017 ຜ່ານມານີ້ເອງ ລາວໄດ້ໃຫ້



ສຳພາດວ່າ: ມາຮອດປັດຈຸບັນ ຕົນຍັງບໍ່ທັນໄດ້ເຮັດວຽກຫຍັງເລີຍ, ພຽງແຕ່ຢູ່ບ້ານນຳພີ່ນ້ອງພໍໄດ້ຊ່ວຍວຽກເຮືອນຊານທຳມະດາເທົ່ານັ້ນ ໂດຍອາໃສຢູ່ບ້ານຕານມີໄຊ ເມືອງໄຊທານີີ ນະຄອນຫຼວງວຽງຈັນ, ເຊິ່ງນອກຈາກລາວຈະໄປຍື່ນເອກກະສານສະໝັກວຽກດ້ວຍຕົນເອງແລ້ວ, ລາວຍັງໃຫ້ພີ່ນ້ອງຊ່ວຍແລ່ນເອກະສານເຂົ້າເຮັດວຽກນຳພາກລັດ ຫຼື ບໍລິສັດເອກະຊົນໃດໜຶ່ງກໍ່່ໄດ້, ຂໍແຕ່ໃຫ້ໄດ້ມີວຽກເຮັດ ເພາະຜູ້ກ່ຽວຮຽນຈົບຄະນະສຶກສາສາດ ສາຂາຈິດຕະວິທະຍາ


ທ້າວ ອາລີ ຍັງໃຫ້ຮູ້ຕື່ມອີກວ່າ: ກ່ອນໜ້ານັ້ນ, ຕົນເອງກໍ່ເຄີຍໄປສະໝັກເຂົ້າເຮັດວຽກຢູ່ສະຖານບັນການສຶກສາພາກລັດ 2 ແຫ່ງແລ້ວ ແລະ ບ່ອນອື່ນໆອີກຫຼາຍແຫ່ງ, ແຕ່ພາກສ່ວນກ່ຽວຂ້ອງບໍ່ມີທ່າທີຕິດຕໍ່ມາ ແລະ ຕອນນີ້ກາຍເປັນແບບວ່າເລື່ອນລອຍ ຫຼື ຢູ່ລ້າໆ, ຂາດຄວາມໝັ້ນໃຈ ແລະ ບໍ່ຮູ້ຈະເຮັດແນວໃດກັບອະນາຄົດໃນພາຍພາກໜ້າ. ອະດີນັກສຶກສາໃບປະກາດແດງ ຍັງບອກອີກວ່າ: ຕົນເອງຢາກເຮັດວຽກເປັນຄູສອນ ຫຼື ເຮັດວຽກກ່ຽວພັນກັບຕົນຮຽນມາ ອາດຈະເປັນຄູສອນພາສາລາວ-ວັນນະຄະດີ, ການເມືອງ, ຈິດຕະວິທະຍາ… ຖ້າຫາກພາກສ່ວນໃດປະກາດຮັບສະໝັກພະນັກງານໃໝ່ ຫຼື ຂາດຄົນເຮັດວຽກ ຕົນພ້ອມຈະສະໝັກເຮັດວຽກທັນທີ ເພາະບໍ່ຢາກຢູ່ລ້າໆ


ຂໍ້ມູນ fk99s.blogspot.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments