ອ້າຍໜຸ່ມເມົາແລ້ວໂຊລອຍນຳ້ຂ້າມຂອງ... ບໍ່ຄາດຄິດວ່າຈຸດຈົບຈະອອກມາແບບນີ້
ໃນວັນທີ່ 3 ມັງກອນ 2018 ນາວາໂທທະວີຊັບ ເຮືອເຜິ້ງ ຫົວໜ້າສະຖານີເຮືອຂອງຈຽມ ໜ່ວຍເຮືອຮັກສາຄວາມສະຫງົບຕາມລຸ່ມແມ່ນຳ້ຂອງ (ນຮຂ) ເຂດອຸບົນລາດສະຖານີ ກອງທັບເຮືອ ໄດ້ຮັບແຈ້ງຈາກພະນັກງານວິທະຍຸ ສພ.ຂອງຈຽມ ແຂວງອຸບົນລາດສະຖານີ ຈຶ່ງສັງການໃຫ້ຊຸດເຄື່ອນທີ່ໄວ ພ້ອມກັບ ນຮຂ.ຂອງຈຽມ ຕຳຫຼວດນຳ້ຂອງຈຽມ ແລະໜ່ວຍກູ້ຊີບ-ກູ້ໄພຂອງຈຽມ ເຂົ້າກວດສອບ
ທີ່ເກີດເຫດເຫັນຊາວບ້ານຈຳນວນຫຼາຍກຳລັງຊ່ວຍກັນງົມຫາຮ່າງຂອງທ້າວສຸວິດ ສຸນທອນ ອາຍຸ 29ປີ ຢູ່ບ້ານເລກທີ່ 62/1 ບ້ານຖຳ້ປ່ອງ ເມືອງຂອງຈຽມ ແຂວງອຸບົນລາດສະຖານີ ໃນແມ່ນຳ້ຂອງ ຈາກການສອບຖາມພີ່ນ້ອງໃນເບື້ອງຕົ້ນຮູ້ວ່າ ຄອບຄົວຂອງທ້າວສຸວິດ ກັບມາຢ້ຽມບ້ານໃນຊ່ວງປີໃໝ່ ຕັ້ງແຕ່ວັນທີ 28 ທັນວາ 2017 ມື້ນັ້ນໄດ້ມີການຊວນກັນມາຫຼິ້ນນຳ້ຊົມບັນຍາກາດແຂມນຳ້ຂອງກັບຄອບຄົວ ຫຼັງຈາກພາກັນຫາປາໄດ້ຈຳນວນໜຶ່ງ ຈຶງເອົາມາແຕ່ງກິນແຂມນຳ້ຂອງ ພ້ອມກັບກິນເຫຼົ້າຊຸມແຊວກັນ
ເມື່ອທ້າວສຸວິດມີອາການເມົາໄດ້ເວົ້າອອກມາວ່າ ຈະລອຍນຳ້ໄປຫາເກາະດອນຝັ່ງໃຫ້ເບິ່ງ ຈາກນັ້ນຈຶ່ງແລ່ນລົງໄປໃນແມ່ນຳ້ຂອງຢ່າງໄວວາ ເຊິ່ງບໍ່ຟັງໃນຄຳເຕືອນຂອງເມຍທີ່ມານຳກັນກັບລູກອີກຄົນໜຶ່ງ ເມື່ອທ້າວສຸວິດລອຍຜ່ານໄປປະມານເຄິ່ງທາງ ຈຶງຫັນຫຼັງກັບມາໂບກມືໃຫ້ກັບເມຍຄ້າຍກັບຄົນກຳລັງຈະຈົ່ມນຳ້ ເມື່ອເມຍເຫັນເຫດການຄືສິບໍ່ດີແລ້ວ ຈຶງແລ່ນລົງໄປໃນແມ່ນຳ້ຂອງ ກ່ອນທີ່ຈະຄິດໄດ້ວ່າຕົນເອງລອຍນຳ້ບໍ່ເປັນ ຈຶ່ງຮ້ອງໃຫ້ຊາວບ້ານທີ່ກຳລັງຫາປາຢູ່ໃນເຂດນັ້ນໃຫ້ຊ່ວຍເຫຼືອ ກ່ອນທີ່ຈະໂທລະສັບແຈ້ງທາງບ້ານໃຫ້ຄົນມາຊ່ວຍເຫຼືອອີກແຮງ
ຈາກນັ້ນປະມານ 30ນາທີ ຜູ້ໃຫຍ່ບ້ານຈຶ່ງພາຊາບ້ານກວ່າ 50ຄົນ ມາຊ່ວຍເຫຼືອ ເຊິ່ງໄດ້ເອົາເຮືອອອກໄປງົມຫາຮ່າງຂອງທ້າວສຸວິດ ພ້ອມແຈ້ງເຈົ້າໜ້າທີ່ທະຫານເຮືອຈາກໜ່ວຍນຮຂ.ຂອງຈຽມ ຕຳຫຼວດນຳ້ຂອງຈຽມ ໜ່ວຍກູ້ຊີບ-ກູ້ໄພຂອງຈຽມ ໃຫ້ເຂົ້າມາຮ່ວມຄົ້ນຫາຮ່າງຂອງຜູ້ສູນເສຍຈົນຄົບ 2ຊົ່ວໂມງ ຊາວບ້ານຄົນໜຶ່ງໄດ້ຮ້ອງຂຶ້ນວ່າ ເຫັນແລ້ວ ຈຶ່ງລະດົມກຳລັງເຂົ້າໄປເອົາຮ່າງທີ່ໄຮ້ວິນຍານຂອງທ້າວສຸວິດຂຶ້ນຝັ່ງ ເຫັນວ່າຢູ່ໃນທ່າທາງຊັດເກຣັງ ມືຫງິກ ໂຕຊີດຂາວ
ຕໍ່ມາ ຮ້ອຍເວນສອບສວນ ໄດ້ເຂົ້າມາໃນພື້ນທີ່ເກີດເຫດ ພ້ອມຊອບປາກຄຳຜູ້ທີ່ເຫັນເຫດການໂດຍສັນນິຖານວ່າ ຄືຈະເກີດຈາກອາກາດຂອງຄົນທີ່ເປັນຕະຄິວ ປະກອບກັບທ້າວສຸວິດ ດື່ມສຸລາ ອີກຢ່າງໃນນຳ້ມີຄວາມເຢັນຫຼາຍ ຈຶງເຮັດໃຫ້ຮ່າງກາຍໝົດແຮງ ກ່ອນທີ່ຈະລອຍນຳ້ເຂົ້າຫາຝັ່ງແລະຈົມລົງໄປໃນນຳ້ຈົນຂາດອາກາດຫາຍໃຈ ນອກຈາກນີ້ຍັງຕ້ອງຖ້າຟັງຜົນພິສູດຈາກແພດວ່າເກີດຈາກສາເຫດໃດ ຝາກເຕືອນປະຊາຊົນວ່າ ເມື່ອດື່ມສູລາຫຼືຂອງມື່ນເມົາ ຂໍຄວາມກະລຸນາຢ່າລົງໄປໃນນຳ້ເພາະຊ່ວງນີ້ອາກາດຄ່ອນຄ້າງໜາວເຢັນ
ທາງແພດເຮົາຕ້ອງຂໍສະແດງຄວາມເສຍໃຈກັບການຈາກໄປແບບບໍ່ຫວນກັບຄືນມາໃນຄັ້ງນີ້ດ້ວຍ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment