ເປີດຂໍ້ສົງໄສທີ່ວ່າ ສີລິພອນ ອຳໄພພົງ ເປັນແມ່ຍິງຫຼືຜູ້ຊາຍ!!
ຫຼັງຈາກທີ່ເປັນກະແສດັງຕ່າງກໍ່ມີຜູ້ຄົນສົງໄສຢ່າງຫຼວງຫຼາຍສຳຫຼັບນັກຮ້ອງລູກທົ່ງຊື່ດັງ ສີລິພອນ ອຳໄພພົງ ນັກຮ້ອງທີ່ມີສຽງທີ່ມ່ວນເຄີຍເປັນປະເດັນດັງອອກມາວ່າລາວນັ້ນ "ເປັນຜູ້ຍິງຫຼືຜູ້ຊາຍ" ມື້ນີ້ແອັດມິ້ນກໍ່ສົງໄສບໍ່ຕ່າງຈາກຄົນອື່ນ ມື້ນີ້ເລີຍຈະພາມາເບິ່ງຄວາມຈິງຫຼັງມີຊາວເນັດກະທູ້ພັນທິບ (ໄທ) ໄດ້ຕັ້ງກະທູ້ໄວ້ວ່າ "ສີລິພອນ ອຳໄພພົງ ເປັນແມ່ຍິງຫຼືຜູ້ຊາຍ???" ເອົາເປັນວ່າເຮົາມາເບິ່ງພ້ອມໆກັນເລີຍດີກວ່າວ່າລາວເປັນແມ່ຍິງຫຼືຜູ້ຊາຍ...ພ້ອມກັນລະເບາະຖ້າພ້ອມມາເບິ່ງນຳກັນເລີຍກັບລາຍລະອຽດຂ້າງລຸ່ມນີ້
ສີລິພອນ ອຳໄພພົງ ເກີດເມື່ອວັນທີ່ 7 ທັນວາ 1964 ທີ່ບ້ານດອນກອຍ ເມືອງໜອງຫານ ແຂວງອຸດອນທານີ ມີພີ່ນ້ອງທັງໝົດ 10ຄົນ ສີລິພອນ ອຳໄພພົງ ເປັນຄົນທີ່ 7 ຄອບຄົວມີອາຊີບເຮັດນາ ແລະມີວົງໝໍລຳນຳໂດຍທີ່ມີພໍ່ເປັນໝໍລຳຢູ່ແລ້ວ ແລະເປັນຜູ້ສອນໃຫ້ ສີລິພອນເປັນໝໍລຳ ເມື່ອປີ 1984 ລາວຢູ່ກັບໝໍລຳຂະນະສຸເທບ ດາວດວງໃໝ່ ແລະໄດ້ຮູ້ຈັກກັບ ທ່ານນະຄອນ ແດນສາລະຄາມ ແລະທ່ານປະຍູ ຈັນທະສອນ ໄດ້ພາໄປອອກໂທລະພາບຊ່ອງ 4 ຢູ່ຂອນແກ່ນ ແລະ ທ່ານດອຍ ອິນທະນົນ ໄດ້ເຫັນແວວຈຶ່ງໃຫ້ໂອກາດອັດສຽງ ແລະໄດ້ຮັບການປ່ຽນຊື່ຈາກ ສີລິ ມາເປັນ ສີລິພອນ
ສີລິພອນ ໄດ້ເປັນໄດ້ເປັນຄົນທີ່ຖືກຍົກຍ້ອງວ່າເປັນສິນລະປິນໃນດວງໃຈຂອງຫຼາຍໆຄົນ ເພາະລາວມີຄວາມສາມາດທີ່ເໜືອຈາກບຸກຄົນທຳມະດາ ເປັນທີ່ນັບຖືຂອງແຟນຄຣັບທົ່ວປະເທດ ເຊິ່ງແຟນຄຣັບຮັກແລະສັດທາໃນໂຕລາວເປັນຢ່າງຍິ່ງ ແລະຄຳວ່າ "ແມ່ນາງ" ທີ່ລູກໆໃຊ້ເອີ້ນແທນໃຈເປັນຄຳທີ່ສັ້ນໆ ແຕ່ມີຄວາມຮັກ ແລະຄວາມຜູກຜັນແອບແຜງຢູ່ ເຊິ່ງຄວາມທີ່ລາວມີນິໄສດີ ບໍ່ຫຍິ່ງ ບໍ່ຖືໂຕ ແຟນຄຣັບຂໍກອດໄດ້ ຂໍຫອມແກ້ມໄດ້ ເຊິ່ງເຫດນີ້ເຮັດໃຫ້ລາວມີແຟນຄຣັບທົ່ວບ້ານທົ່ວເມືອງືສີລິພອນ ມີຜົນງານສ້າງຊື່ເຊັ່ນເພັງ ໂບຮັກສີດຳ ແລະ ປະລິນຍາໃຈ
ຊາວເນັດຕັ້ງກະທູ້
ຊາວເນັດມາຄອມເມັນ
ມີຫຼາຍຄົນບອກວ່າເປັນແມ່ຍິງ
ນັກຮ້ອງລູກທົ່ງ
ເຮົາກໍ່ໄດ້ຜົນສະຫຼຸບລະເນາະວ່າ ສີລິພອນ ອຳໄພພົງ ນັ້ນແມ່ນແມ່ຍິງແທ້ໆເຈົ້າ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.











Comments
Post a Comment