ຄລິບສຸດລະທຶກ!! ຈາກກ້ອງໜ້າລົດຂັບຜ່ານດ່ານ ກ່ອນຖືກຍິງດັບ...ເຜີຍຄລິບ ມີການຍິງກັນແທ້!!! (ມີຄລິບ)


ເມື່ອວັນທີ 4 ທັນວາ ຜູ້ສື່ຂ່າວລາຍງານຄວາມຄືບໜ້າກໍລະນີທ້າວສອນໄຊ ສະຖິດຮັກດຳລົງ ອາຍຸ 35ປີ ຢູ່ບ້ານເລກທີ່ ໌15 ເມືອງແມ່ສະຮວຍ ແຂວງຊຽງລາຍ ຖືກຍິງເຂົ້າທີ່ທ້າຍທອຍຈົນເສຍຊີວິດ ໃນຂະນະທີ່ຂັບລົດເກັງຜ່າດ່ານກວດບ້ານແມ່ຕຳ໋ ເຊິງມີ ນາງສິຮິລັດ ແຍບຽງ ອາຍຸ 28ປີ ແຟນສາວນັ່ງມານຳແຕ່ບໍ່ໄດ້ຮັບບາດເຈັບ

ລ່າສຸດທາງພົນຕຳຫຼວດ ພູນທັບ ປະເສີດສັກ ໄດ້ເປີດເຜີຍພາບຫຼັງປະຊຸມຮ່ວມກັບ ພົນຕຳຫຼວດ ຍຸດທະສັກ ພົວປະເສີມ ແລະໜ່ວຍງານທີ່ກ່ຽວຂ້ອງວ່າ ຂະນະທີ່ເລີ່ມຈະເຫັນພາບຊັດເຈນແລ້ວ ເຊິ່ງມີການຍອມຮັບແລ້ວວ່າມີການຍິງປືນ ແຕ່ຍັງບໍ່ຍອມຮັບແບບຕົງໆ ໂດຍການອ້າງວ່າຍິງຂູ່ ອ້າງວ່າຍິງປືນຂຶ້ນຟ້າ ຈຶ່ງຕ້ອງຫາຫຼັກຖານເພີ່ມເຕີ່ມ ເຊິ່ງເຈົ້າໜ້າທີ່ຕຳຫຼວດກັບໂຕຜູ້ທີ່ມີອາວຸດປືນກັບໄປນຳເອົາອາວຸດປືນມາໃຫ້ເຈົ້າໜ້າທີ່ຕຳຫຼວດມາກວດສອບ


 ພົນຕຳຫຼວດ ພູນທັບ ກ່າວຕໍ່ວ່າ ຢືນຢັນວ່າທີ່ຈຸດເກີດເຫດບໍ່ໄດ້ມີເຈົ້າໜ້າທີ່ຕຳຫຼວດຢູ່ນຳ ເຊິ່ງເປັນດ່ານກວດຊຸມຊົນຂອງຝ່າຍປົກຄອງ ເຮັດໃຫ້ສ່ວນໃຫຍ່ຜູ້ທີ່ມີອາວຸດປືນທີ່ເຈົ້າໜ້າທີ່ໄດ້ເອີ້ນມາສອບສວນຈະເປັນກຸ່ມຜູ້ຊ່ວຍຜູ້ໃຫຍ່ບ້ານ ຕາມຂໍ້ເທັດຈິງແລ້ວດ່ານກວດລັກສະນະນີ້ມີໄວ້ເພື່ອເບິ່ງແຍງບໍ່ໃຫ້ເກີດອຸບັດຕິເຫດແລະປ້ອງກັນອາດສະຍາກຳ ເຊື່ອວ່າອາດເກີດເຫດການເຂົ້າໃຈຜິດກັນຂຶ້ນມາ ເພາະການສອບປາກຄຳ ນາງສິລິລັດ ລະບຸວ່າເບິ່ງຈາກໃນລົດແມ່ນເກືອບຈະບໍ່ເຫັນເລີຍວ່າເປັນດ່ານກວດ ເຫັນສະເພາະແສງໄຟແລະບໍ່ມີເຈົ້າໜ້າທີ່ ໃນຂະນະທີ່ຂໍ້ເທັດຈິງແມ່ນມີເຈົ້າໜ້າທີ່ຢືນຢູ່ 4 ຄົນ ເຊິ່ງອາດເກີດຈາກໃສ່ຊຸດສີມືດຫຼືຕິດຟິມລົດໜາ ຈາກນັ້ນຄົນທີ່ດ່ານກວດອາດເຂົ້າໃຈວ່າເປັນການແຫກດ່ານ ແລະບາງຄົນໃຊ້ອາວຸດປືນຈົນເປັນເຫດໃຫ້ເກີດຄວາມສູນເສຍດັ່ງກ່າວ

ພົນຕຳຫຼວດ ພູນຊັບ ກ່າວອີກວ່າ ຄະດີນີ້ຈຶ່ງຕ້ອງຄ່ອຍໆດຳເນີນການຕາມກົດໝາຍ ເຊິ່ງຈະເລັ່ງດຳເນີນການໃຫ້ໄວທີ່ສຸດ ແຕ່ຈະລອບລັດໂດຍທັນທີ່ບໍ່ໄດ້ ເພາະຕ້ອງໄດ້ອາໄສພະຍານຫຼັກຖານຫຼາຍຢ່າງປະກອບກັນ ຂະນະດຽວກັນເຖິງຈະເປັນເຈົ້າໜ້າທີ່ຂອງລັດເມື່ອກະທຳຜິດກໍ່ຕ້ອງຖືກດຳເນີນຄະດີຕາມກົດໝາຍບໍ່ວ່າຈະປະຕິບັດໜ້າທີ່ຢູ່ຫຼືບໍ່ກໍ່ຕາມ


ຜູ້ສື່ຂ່າວລາຍງານວ່າ ຈາກການກວດຫາຫຼັກຖານໃນທີ່ເກີດເຫດ ເຈົ້າໜ້າທີ່ບໍ່ເຫັນປອກລູກປືນຕົກຢູ່ ແຕ່ຈາກຮ່ອງຮອຍແລະສະເກັດຂອງລູກປືນຄາດວ່າໜ້າຈະເປັນອາວຸດປືນລູກຊອງ ໃນຂະນະທີ່ກ້ອງຕິດໜ້າລົດໄດ້ລະບຸໃຫ້ເຫັນເຖິງພາບລົດຂັບຜ່າດ່ານກວດ ເຊິ່ງມີເຈົ້າໜ້າທີ່ຢືນຢູ່ທາງຂ້າງ ລັກສະນະບໍ່ຊັດເຈນວ່າເປັນການໂບກໃຫ້ຢຸດຫຼືໂບກໃຫ້ສະລໍລົດ ຜູ້ເສຍຊີວິດກໍ່ຂັບຜ່ານໄປປົກກະຕິ ເຊິ່ງບໍ່ໄດ້ມີລັກສະນະເລັ່ງຄວາມໄວ ກ່ອນທີ່ຈະມີສຽງຜູ້ຊາຍຮ້ອງ ຈາກນັ້ນລົດກໍ່ແລ່ນໄຖໄປຂ້າງທາງແລະຕຳເສົາໄຟຟ້າພ້ອມສຽງກີດຮ້ອງຂອງແມ່ຍິງ

ເບິ່ງຄລິບ

/div>






ເຊື່ອວ່າທຸກຢ່າງມີຄວາມຢຸດຕິທຳ ຄົນຊ່ວຍຍ່ອມມີຜົນກຳຕາມທັນ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments