ໂຮງຮຽນບາຊາ!! ບາເຊໂລນາ ປະກາດຄ້ວາໂຕ ພິລິບເປ ຄູຕິນໂຢ ຢ່າງເປັນທາງການ


ສະໂມສອນ ບາເຊໂລນາ ຍັກໃຫຍ່ໃນ ລາລິກາ ໄດ້ອອກມາປະກາດຢ່າງເປັນທາງການວ່າໄດ້ດຶງໂຕ ພິລິບເປ ຄູຕິນໂຢ ຈາກ ລິເວີພູ ດ້ວຍຄ່າຕົວ 142 ລ້ານປອດ ຫຼືປະມານ 1,601 ຕື້ກີບ

ເຈົ້າບຸນທຸມ ໃນ ລາລິກາ ໄດ້ມີຂ່າວຕິດຕໍ່ຂໍຊື່ ຄູຕິນໂຢ ຕັ້ງແຕ່ເມື່ອຕະຫລາດໜ້າໜາວລະດຸການທີ່ຜ່ານມາ ເຊີ່ງລ່າສຸດກໍ່ຈົບ ເມື່ອ ບາເຊໂລນາ ອອກມາປະກາດຄ້ວາໂຕຢ່າງເປັນທາງການເມື່ອບໍ່ດົນນານມານີ້




ຄູຕິນໂຢ ເຊັນສັນຍາກັບ ບາເຊໂລນາ ເປັນໄລຍະເວລາ 5 ປີເຄີ່ງ ທັ້ງນີ້ມີລະບຸຄ່າຈີດສັນຍາຂອງ ພໍ່ມົດນ້ອຍໄວ້ທີ່ 355 ລ້ານປອນ ຫຼືປະມານ 4,000 ຕື້ກີບ



-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments