ມັນກະແພງຈົຍເກີນໄປ!! ເອົາລົດໄປປ່ຽນສະວິກຕາລົດແຕ່ຕ້ອງອຶ້ງກັບຄ່າປ່ຽນ ແລ້ວກໍໄດ້ອັບຄລິບໄວ (ມີຄລິບ)



ເປັນຄລິບທີ່ຖືກແຊຣ໌ກັນຫຼາຍສົມຄວນເລີຍສຳລັບຄລິບນີ້ ທີ່ເຜີຍແຜ່ໂດຍຜູ້ໃຊ້ເຟສບຸກຊື່ @Phongsavath Luangphommar ໂພສລົງເຟສໃນວັນທີ 6.1.2018 ໂດຍ

ມັນແພງຈົນເກີນໄປສຳລັບຄ່າປ່ຽນ 250.000 ກີບ 




ເປັນຄລິບທີ່ຖ່າຍຂະນະທີ່ຕົນກຳລັງເວົ້າເຈລະຈາກັບເຈົ້າຂອງຮ້ານແປງລົດກ່ຽວກັບລາຄາຄ່າແປງສະວິກໄຟຕາລົດ ໂດຍໃນຄລິບຈະເຫັນວ່າ ພໍຫຼັງຈາກແປງແລ້ວເຈົ້າຂອງຮ້ານໄດ້ບອກຄ່າແປງແມ່ນ 250.000 ກີບ ພ້ອມຫລຸດໄດ້ 200.000 ກີບ ແຕ່ທາງລູກຄ້າກໍຄືຜູ້ອັດຄລິບກ່າວວ່າ ລາຄາມັນແພງເກີນໄປສຳລັບຄ່າແປງໃນຈຸດນັ້ນ ແລະຖາມ




ວ່າເປັນຫຍັງບໍ່ບອກຄ່າແປງຕັ້ງແຕ່ຕົ້ນ ຈົນທັງຄູ່ໄດ້ເຈລະຈາກັນຂ້ອນຂ້າງຍາວກັນເລີຍ … ແລະຫຼັງຈາກເຈົ້າຂອງຄລິບໄດ້ໂພສຄລິບດັ່ງກ່າວລົງໃນເຟສບຸກຂອງຕົນ ຊາວເນັດກໍໄດ້ແຊຣ໌ແລະຄອມເມັ້ນກັນອອກໄປເປັນຈຳນວນຫຼາຍກັນເລີຍ





ຄລິບ


ແຫຼ່ງທີ່ມາ : ສູນລວມອຸບັດຕິເຫດ
ພາບແລະຄລິບ : @Phongsavath Luangphommar


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments