ເຄີຍຮູ້ບໍ່..."ເຂົ້າໜົມປັງໝົດອາຍຸ" ມີຄ່າຫຼາຍ ຈົນເປີດໂຮງງານຂາຍ ສ້າງລາຍໄດ້ແບບມະຫາສານ!!!


ເປັນເລື່ອງລາວທີ່ຫຼາຍໆຄົນບໍ່ເຄີຍຮູ້ມາກ່ອນຢ່າງແນ່ນອນສຳຫຼັບ ເຂົ້າໜົມປັງ ທີ່ໝົດອາຍຸແລ້ວມັນສາມາດນຳມາໃຊ້ປະໂຫຍດໄດ້ອີກ ມື້ນີ້ແອັດມິ້ນຈະພາໄປເບິ່ງວ່າສ່ວນໃຫຍ່ແລ້ວເຂົາເອົາເຂົ້າໜົມປັງທີ່ໝົດອາຍຸແລ້ວນິ ເຂົາເອົາໄປເຮັດຫຍັງໄດ້ແດ່ ໄປເບິ່ງນຳກັນເລີຍ

ສຳລັບຂ່າວຕ່າງປະເທດລາຍງານວ່າ ທີ່ປະເທດຟິລິບປິນ ແຂວງບູລາກັນ ພາຍໃນໂຮງງານແຫ່ງໜຶ່ງ ຈະເຫັນມີເຂົ້າໜົມປັງທີ່ໝົດອາຍຸກອງບັກໃຫຍ່ ມີຫຼາກຫຼາຍຊະນິດແລະຫຼາຍຢີ່ຫໍ້ ແບຣນຕ່າງໆທີ່ກອງລວມກັນ ຄົນງານໃຊ້ມືຄ່ອຍໆແກະຖົງເພື່ອເອົາເຂົ້າໜົມປັງທີ່ໝົດອາຍຸອອກມາເທື່ອລະອັນ


ພວກເຂົາບອກວ່າ ເຂົ້າໜົມປັງເຫຼົ່ານີ້ຮັບຊື້ມາໃນລາຄາທີ່ຖືກສຸດໆ ພວກເຮົາຈະໃຊ້ເຄື່ອງບົດໃຫ້ລະອຽດກ່ອນ ຈາກນັ້ນກໍ່ນຳໄປຂາຍຕໍ່ໃຫ້ຄົນທີ່ລ້ຽງປາ ເພື່ອເປັນອາຫານໃຫ້ປາກິນ ແນ່ນອນວ່າລາຄາມັນຈະຖືກກວ່າອາຫານປາ ເພາະສະນັ້ນແລ້ວຈຶ່ງເປັນທີ່ນິຍົມຂອງຕະຫຼາດຄົນທີ່ລ້ຽງປາເປັນຢ່າງຫຼາຍ


ສ້າງລາຍໄດ້ມະຫາສານ


ມີປະໂຫຍດຫຼາຍໆ


ເອົາມາເປັນອາຫານປາ


ເຫັນແລ້ວບໍ່ວ່າເຂົ້າໜົມປັງໝົດອາຍຸກໍ່ມີຄ່າຢ່າງຫຼວງຫຼາຍເຖິງຂັ້ນເປີດໂຮງງານຂາຍ ສາມາດສ້າງລາຍໄດ້ແບບມະຫາສານ ຫາກວ່າພາກັນອ່ານແລ້ວກໍ່ຢ່າລືມເອົາໄອເດຍດີໆນີ້ໄປນຳໃຊ້ກັນເດີ້


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments