ໃນ Chromium ເຜີຍ Samsung ກຳລັງພັດທະນາແທັບເລັດ Chrome OS ລຸ້ນໃໝ່ພ້ອມກ້ອງທີ່ດີທີ່ສຸດ


ເວັບໄຊ້ Chrome Unboxed ໄດ້ຄົ້ນພົບໂຄດພາຍໃນໂຄງການ Chromium ໂດຍໂຄດດັ່ງກ່າວນີ້ເຊື່ອມຕໍ່ໄປເຖິງແທັບເລັດ Chrome OS ເຊິ່ງຜະລິດໂດຍ Samsung ໂດຍທາງເວັບໄຊ້ຄາດວ່າໜ້າຈະເປັນແທັບເລັດຕາມຂ່າວລືທີ່ໃຊ້ໂຄດເນມວ່າ Nautilus ທີ່ອອກມາກ່ອນໜ້ານີ້ ເຊິ່ງແທັບເລັດໃໝ່ຈະສາມາດແຍກສ່ວນຄີບອດໄດ້ ແລະ ໃຊ້ຊິບ Intel Core ລຸ້ນທີ 7
ຈຸດທີ່ສຳຄັນທີ່ເຫັນຈາກໂຄດແມ່ນກ້ອງ Samsung ເລືອກໃຊ້ Sony IMX258 ໂຕດຽວກັບທີ່ເຫັນໃນ LG G6 ເຊິ່ງຖືວ່າດີກວ່າ Chromebook ທຸກໂຕໃນຕະຫຼາດທີ່ທຸກມື້ນີ້ຍັງເປັນກ້ອງແບບ 720p ຈຶ່ງເຮັດໃຫ້ກ້ອງໜ້າຈະເປັນໜຶ່ງໃນຈຸດຂາຍຂອງແທັບເລັດ Chrome OS ໃໝ່ຈາກ Samsung ນີ້
ຈາກສະເປັກທີ່ປະກົດໃນລາຍງານ ເປັນໄປໄດ້ວ່າ Samsung ຄືຊິບໍ່ໄດ້ເັຮດແທັບເລັດ Chrome OS ລຸ້ນໃໝ່ນີ້ໃຫ້ເປັນອຸປະກອນລະດັບລຸ່ມຢ່າງແນ່ນອນ ແຕ່ກໍ່ຍັງບໍ່ມີມີຂໍ້ມູນວ່າແທັບເລັດລຸ້ນໃໝ່ນີ້ຈະຖືກກຳໜົດໃຫ້ຢູ່ລະດັບໄຮເອັນແຂ່ງກັບ Pixelbook ໂດຍກົງ ຫຼືວ່າຈະຕັ້ງລາຄາໃຫ້ຢູ່ລະດັບກາງໆ






ທີ່ມາ - Engadget, Chrome Unboxed
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments